ການ​ບຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ ເຮັດ​ໃຫ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ຢູ່ 5 ລັດ ຂອງ ອາ​ເມ​ລິ​ກາ ຖືກ​ຢຸດ​ສະ​ງັກ

(VOVWORLD) -  ບັນດາເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແລະ ຈຳນວນອາດຊະຍາກອນ ພວມມີທ່າອ່ຽງເພີ່ມຂຶ້ນຢູ່ ອາເມລິກາ. 
ການ​ບຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ ເຮັດ​ໃຫ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ຢູ່ 5 ລັດ ຂອງ ອາ​ເມ​ລິ​ກາ ຖືກ​ຢຸດ​ສະ​ງັກ - ảnh 1(ພາບປະກອບ: Reuters)

ວັນທີ 4 ສິງຫາ, ບັນດາການບໍລິການດູແລສຸຂະພາບທີ່ຈຳເປັນຢູ່ 5 ລັດ ຂອງ ອາເມລິກາ ຖືກຢຸດສະງັກ ຍ້ອນຖືກຜົນກະທົບຈາກເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແນ່ໃສ່ລະບົບຄອມພິວເຕີຂອງໂຮງໝໍຕ່າງໆ. ເຫດການດັ່ງກ່າວເຮັດໃຫ້ບາງຫ້ອງປິ່ນປົວສຸກເສີນຕ້ອງປິດປະຕູ ແລະ ລົດພະຍາບານຕ້ອງສົ່ງຄົນເຈັບໄປຍັງຮາກຖານສາທາລະນະສຸກອື່ນ.

        ບັນດາເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແລະ ຈຳນວນອາດຊະຍາກອນ ພວມມີທ່າອ່ຽງເພີ່ມຂຶ້ນຢູ່ ອາເມລິກາ. ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ເມື່ອເດືອນ ມີນາ ຜ່ານມາ, ທຳນຽບຂາວ ໄດ້ປະກາດຍຸດທະສາດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃໝ່, ໃນນັ້ນ ກະຕຸກຊຸກຍູ້ການປະກາດຂໍ້ກຳນົດກ່ຽວກັບການເຄື່ອນໄຫວທາງເຄືອຂ່າຍອິນເຕີເນັດໃນປັດຈຸບັນໃຫ້ເຄັ່ງຄັດກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ