ການບຸກໂຈມຕີແບບສະຫຼະຊີບແນ່ໃສ່ ສະຖານທູດອາເມລິກາ ປະຈຳປາກີສະຖານ

ການບຸກໂຈມຕີແບບສະຫຼະຊີບແນ່ໃສ່ ສະຖານທູດອາເມລິກາ ປະຈຳປາກີສະຖານ - ảnh 1

ລົດ​ຂອງ​ກົງ​ສູນອາ​ເມ​ລິ​ກາ ປະຈຳ​ປາ​ກີ​ສະຖານ ຖືກ​ບຸກ​ໂຈມ​ຕີ

(ພາບ: tuoitre.vn)

( vovworld ) – ຕອນ​ເຊົ້າວັນ​ທີ 3/9 ຕາມ​ເວລາ​ທ້ອງ​ຖິ່ນ, ມີ​ຜູ້​ວາງລະ​ເບີດ​ສະຫຼະ​ຊີບ​ຜູ້ 1 ​ໄດ້ບຸກ​ໂຈມ​ຕີ​ລົດ​ຂອງ​ກົງ​ສູນ​ອາ​ເມ​ລິ​ກາ ປະຈຳ Pesaoa ປະ​ເທດ​ປາ​ກີ​ສະຖານ ຊື່​ງ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​​ນອງ​ເລືອດ​ທີ່​ສຸດ​ແນ່​ໃສ່​ພົນລະ​ເມືອງ​ອາ​ເມ​ລິ​ກາ ຢູ່​ປາ​ກີ​ສະຖານ​ໃນ 2 ປີຜ່ານມາ. ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ບໍ່​ມີ​ພາລະ​ກອນ​ໃນ​ກົງ​ສູນ​ອາ​ເມ​ລິ​ກາ​ ຜູ້​ໃດຖືກ​ເສຍ​ຊີວິດ ​ແຕ່​ເຈົ້າໜ້າ​ທີ່​ລັດຖະບານ​ປາ​ກີ​ສະຖານ ທີ່​ໜື່ງ​ໄດ້​ຢືນຢັນ​ວ່າ ມີ​ຊາວ​ອາ​ເມ​ລິ​ກາ 2 ຄົນ​ເສຍ​ຊີ​ວິດ. ​ເຫດການ​ດັ່ງກ່າວ​ກໍ່​ໄດ້​​ເຮັດ​ໃຫ້ 19 ຄົນ​ຖືກ​ບາດ​ເຈັບ.

 ປະຈຸ​ບັນ, ບໍ່​ທັນ​ມີ​ອົງການ​ໃດ​ກ່າວ​ຮັບຜິດຊອບ​ກ່ຽວ​ກັບ​ເຫດການ​ບຸກ​ໂຈມ​ຕີດັ່ງກ່າວ​ເທື່ອ ​ແຕ່​ນີ້​ແມ່ນ​​ເທື່ອ​ທີ 3 ນັບ​ແຕ່​ເດືອນ 4/2010, ກົງ​ສູນ​​ອາ​ເມ​ລິ​ກາ ປະຈຳ Pesaoa ​ແມ່ນ​ເປົ້າໝາຍ​ບຸກ​ໂຈມ​ຕີ​ຂອງ​ພວກ​ທະຫານ​ກະບົດ​ທີ່​ມີ​ການ​ພົວພັນ​ກັບ​ເຄື່ອຂ່າຍ ​Al Qaeda ແລະ Taliban.

ຂ່າວ/ບົດ​ອື່ນ