ການປະຊຸມຂ່າວກ່ຽວກັບກອງປະຊຸມ ສຸດຍອດວິສາຫະກິດອາຊຽນ-ອີຢູ ຄັ້ງທີ 3

ການປະຊຸມຂ່າວກ່ຽວກັບກອງປະຊຸມ ສຸດຍອດວິສາຫະກິດອາຊຽນ-ອີຢູ ຄັ້ງທີ 3 - ảnh 1

(ພາບປະກອບ:vietnam.vn)

(vovworld) -  ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ​ອາ​ຊຽນ-ອີ​ຢູ ຄັ້ງທີ 3 ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 8-9/3 ຢູ່​ຮ່າ​ໂນ້ຍ. ຂ່າວ​ດັ່ງກ່າວຖືກ​ຍົກ​ອອກ​ມາ​ທີ່​ການ​ປະຊຸມ​ຂ່າວຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 1/3 ຢູ່​ຮ່າ​ໂນ້ຍ. ນະ​ທີ່​ນີ້, ທ່ານຫວູຕຽນ​ໂລກ, ປະທານ​ຫ້ອງການອຸດສາຫະກຳ​​ ແລະ ການ​ຄ້າ​ຫວຽດນາມ (VCCI) ​ໃຫ້​ຮູ້​ວ່າ: ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ​ອາ​ຊຽນ-ອີ​ຢູ ຄັ້ງທີ 3 ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ຄື: ​ເສດຖະກິດ​ກະສິກຳ, ອຸດສາຫະກຳ​ລົດ​ໂອ​ໂຕ, ການ​ບໍລິການ​ດ້ານ​ການ​ເງິນ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ພື້ນຖານ​ໂຄງ​ລ່າງ…..ທ່ານ​ກ່າວ​ວ່າ:

   “​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້, ບັນດາ​ນັກວາງ​ນະ​​ໂຍບາຍ, ​ເຈົ້າໜ້າ​ທີ່ ​ແລະ ວົງ​ການ​ນັກທຸລະກິດ​ຈະ​ແລກປ່ຽນ​ບັນດາ​ສິ່ງ​ທ້າທາຍ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ບັນດາ​ກາລະ​ໂອກາດ​ລົງທຶນ​ລະຫວ່າງ​ສອງ​ພາກ​ພື້ນ ​ແລະ ບົນ​ພື້ນຖານ​ນັ້ນຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ສຳລັບ​ລັດຖະບານ​ປະ​ເທດ​ຕ່າງໆ ​ແລະ ບັນດາ​ໂຄງການ​ລະອຽດ​ຂອງ​ປະຊາ​ຄົມ​ນັກທຸລະກິດ. ຄຽງ​ຄູ່​ກັນນັ້ນ, ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້, ພວກ​ຂ້າພະ​ເຈົ້າກໍ່​ຈະ​ຈັດຕັ້ງ​ເວທີ​ປາ​ໄສ​ເຈລະຈາ​ເພື່ອ​ໃຫ້​ນັກ​ທຸລະ​ກິດ​ສອງ​ຝ່າຍ​ຊອກ​ຮູ້ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ລະອຽດ“.

 

 

 

ຂ່າວ/ບົດ​ອື່ນ