ການ​ປະ​ທະ​ກັນ​ຢູ່​ ຊູ​ດັງ ​ເຮັດ​ໃຫ້​ ​ສາ​ມັນ​ຊົນ 18 ຄົນ​ເສຍ​ຊີ​ວິດ

(VOVWORLD) - ກ່ວາ 6 ອາທິດຜ່ານມາ, ນະຄອນຫຼວງ Khartoum ແລະ ເຂດຕ່າງໆຢູ່ຊູດັງ ໄດ້ຕົກເຂົ້າສູ່ສະພາບການຂາດສະຖຽນລະພາບ ຍ້ອນບັນດາການປະທະກັນທີ່ນອງເລືອດ. ການປະທະກັນຍັງສືບຕໍ່ດຳເນີນໃນວັນທີ 1 ມິຖຸນາ.
ການ​ປະ​ທະ​ກັນ​ຢູ່​ ຊູ​ດັງ ​ເຮັດ​ໃຫ້​ ​ສາ​ມັນ​ຊົນ 18 ຄົນ​ເສຍ​ຊີ​ວິດ - ảnh 1ພາບປະກອບ: AFP/TTXVN

ບັນດາເຫດຍິງປຶນໃຫຍ່ໄດ້ເຮັດໃຫ້ ສາມັນຊົນ 18 ຄົນເສຍຊີວິດຢູ່ເຂດຕະຫຼາດໃນນະຄອນຫຼວງ Khartoum ຂອງຊູດັງ ໃນສະພາບການປະທະກັນລະຫວ່າງກອງທັບປະເທດນີ້ ກັບກຳລັງໜູນຊ່ວຍວ່ອງໄວ (RSF) ເຄິ່ງການທະຫານ ບໍ່ມີສັນຍານຫຼຸດລົງ.

ຄະນະກຳມະການລວມມີທະນາຍຄວາມສິດທິມະນຸດຫຼາຍທ່ານໃຫ້ຮູ້ວ່າ ມີສາມັນຊົນ 18 ຄົນເສຍຊີວິດ ແລະ ມີ 106 ຄົນຖືກຮັບບາດເຈັບໃນບັນດາເຫດຍິງປຶນໃຫຍ່ ແລະ ການບຸກໂຈມຕີທາງອາກາດໃນວັນທີ 31 ພຶດສະພາ ທີ່ເລັ່ງໃສ່ເຂດຕະຫຼາດຢູ່ທາງທິດໃຕ້ຂອງນະຄອນຫຼວງ Khartoum. ອົງການເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍໃນເຂດກໍ່ໄດ້ຢັ້ງຢືນຂໍ້ມູນດັ່ງກ່າວ, ໂດຍໃຫ້ຮູ້ວ່າ ສະພາບການຢູ່ທີ່ນີ້ໃນປັດຈຸບັນ ແມ່ນໂຫດຮ້າຍທີ່ສຸດ, ພ້ອມທັງຮຽກຮ້ອງໃຫ້ບັນດາທ່ານໝໍໜູນຊ່ວຍ ກໍ່ຄືຮຽກຮ້ອງການບໍລິຈາກເລືອດ ກູ້ເອົາຊີວິດຜູ້ຖືກຮັບບາດເຈັບ.

ກ່ວາ 6 ອາທິດຜ່ານມາ, ນະຄອນຫຼວງ Khartoum ແລະ ເຂດຕ່າງໆຢູ່ຊູດັງ ໄດ້ຕົກເຂົ້າສູ່ສະພາບການຂາດສະຖຽນລະພາບ ຍ້ອນບັນດາການປະທະກັນທີ່ນອງເລືອດ. ການປະທະກັນຍັງສືບຕໍ່ດຳເນີນໃນວັນທີ 1 ມິຖຸນາ. ບັນດາຜູ້ເປັນພະຍານ ໃຫ້ຮູ້ວ່າ ໄດ້ເຫັນປຶນໃຫຍ່ປະເພດໜັກ ຢູ່ທາງທິດເໜືອ ນະຄອນຫຼວງ Khartoum.

ຕອບກັບ

ຂ່າວ/ບົດ​ອື່ນ