ການປະທະກັນຢູ່ຕາເວັນອອກກາງ: ຫຼາຍປະເທດຮຽກຮ້ອງລະງັບໃຈ, ຊຸກຍູ້ມາດຕະການທາງການທູດ
(VOVWORLD) - ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ຮຽກຮ້ອງຈົ່ງລະງັບໃຈ ແລະ ຊຸກຍູ້ມາດຕະການທາງການທູດ ແນໃສ່ສະກັດກັ້ນບໍ່ໃຫ້ການປະທະກັນເພີ່ມຂຶ້ນຢູ່ຕາເວັນອອກກາງ.
(ພາບ: Majid Asgaripour/WANA via REUTERS) |
ວັນທີ 16 ມີນາ, ແມ່ນວັນທີ 17 ຂອງການປະທະກັນຢູ່ຕາເວັນອອກກາງ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ: ກອງທັບອາກາດປະເທດນີ້ ໄດ້ເປີດ ການບຸກໂຈມຕີຂະໜາດໃຫ່ຍຫຼາຍຄັ້ງເລັ່ງໃສ່ບັນດາເປົ້າໝາຍແມ່ນຖານທີ່ໝັ້ນ ແລະ ຮາກຖານແຫ່ງຕ່າງໆຂອງອຳນາດກາປົກຄອງ ອີຣານ, ໃນນັ້ນມີສູນບັນຊາການສືບລາຊະການລັບຢູ່ນະຄອນຫຼວງ ເຕເຮຣານ.
ໃນວັນດຽວກັນ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ຮຽກຮ້ອງຈົ່ງລະງັບໃຈ ແລະ ຊຸກຍູ້ມາດຕະການທາງການທູດ ແນໃສ່ສະກັດກັ້ນບໍ່ໃຫ້ການປະທະກັນເພີ່ມຂຶ້ນຢູ່ຕາເວັນອອກກາງ. ວັນທີ 16 ມີນາ, ທ່ານ Majed al-Ansari ໂຄສົກກະຊວງການຕ່າງປະເທດ ກາຕາ ເນັ້ນໜັກວ່າ: ການເຈລະຈາທາງການທູດກັບ ອີຣານ ສາມາດດຳເນີນໄປໄດ້ຖ້າຫາກວ່າ ເຕເຮຣານ ຢຸດຕິບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບ ເລັ່ງໃສບັນດາປະເທດເຂດອ່າວ, ພ້ອມທັງຮຽກຮ້ອງໃຫ້ ອີຣານ ຈົ່ງຢຸດຕິບັນດາການກະທຳດ້ານການທະຫານໂດຍທັນທີ. ໃນຂະນະນັ້ນ, ທີ່ການປຶກສາຫາລື, ທ່ານ Badr Abdelatty ລັດຖະມົນຕີການຕ່າງປະເທດ ອີຢີບ ແລະ ຜູ້ຮ່ວມຕຳແໜ່ງ, ທ່ານ Oman Sayyid Badr bin Hamad Al Busaidi ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການສົມທົບກັນເພື່ອແນໃສ່ຈຳກັດຄວາມເຄັ່ງຕຶງ. ສອງຝ່າຍຢັ້ງຢືນຄວາມສຳຄັນຂອງບັນດາມາດຕະການທາງການທູດ ເພື່ອສະກັດກັ້ນບໍ່ໃຫ້ການປະທະກັນແຜ່ລາມອອກສູ່ວົງກວ້າງ.