ການພົບປະສັງສັນມິດຕະພາບຊົມເຊີຍສະເຫຼີມສະຫຼອງວັນຊາດລາວຄົບຮອບ40ປີ

ການພົບປະສັງສັນມິດຕະພາບຊົມເຊີຍສະເຫຼີມສະຫຼອງວັນຊາດລາວຄົບຮອບ40ປີ - ảnh 1
ທ່ານ ເຈືອງຮ່ວາຍນາມ ແລະ ທ່ານ ເບ​ີຢາ
(ພາບອິນເຕີແນັດ)

(vovworld) – ສະຫະ​ສະມາຄົ​ມບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີ່ນ​ເທີ ສົມທົບ​ກັບສະຖານກົງສູນ​ໃຫຍ່ ສປປ ລາວ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ມິດຕະພາບ​ຊົມ​ເຊີຍ​ສະ​ເຫຼີ​ມສະຫຼອງ​ວັນຊາດ​ ສປປ ລາວ ຄົມ​ຮອດ 40 ປີ​ໃນ​ຕອນ​ຄ່ຳ​ວັນ​ທີ 03/12 ຢູ່​ນະຄອນ​ ​ເກີ່​ນ​ເທີ. ນະ​ທີ່​ນີ້ ບັນດາ​ຜູ້​ແທນ​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ ​ການ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ ​ເວົ້າ​ລວມ ​ແລະ ການ​ພົວພັນ​ແຮກ​ຊ່ຽວລະຫວ່າງ​ນະຄອນ ​ເກີ່ນ​ເທີ​ກັບ​ແຂວງ ສາລະ​ວັນ ​ເວົ້າ​ສະ​ເພາະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໄດ້​ພັດທະນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເບ​ີຢາ ຮອງສະຖານກົງສູນ​ໃຫຍ່ລາວ ປະຈຳ​ນະຄອນ ​ໂຮ​ຈີ​ມິນ ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ສະ​ແດງ​ຄວາມຮູ້​ບຸນຄຸນຢ່າງ​ເລິກ​ເຊິ່ງ, ​ຂອບ​ອົກ​ຂອບ​ໃຈ,ຢ່າງ​ຈິງ​ໃຈ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ສະຫງວນການ​ຊ່ວຍ​ເຫຼືອຢ່າງສຸດ​ຈິດ​ສຸດ​ໃຈ, ມີ​ປະສິດທິ​ຜົນ​ທັນ​ການ, ຂອບ​ໃຈ​ການ​ນຳ ​ແລະ ປະຊາຊົນ​ນະຄອນ ​ເກີ່​ນ​ເທີ ຍາມ​ໃດ​ກໍ​ແບ່ງປັນ​ນ້ຳ​ໃຈ​​ໄມຕີ​ຈິດ, ​ຊ່ວຍ​ເຫຼືອ​ພວກ​ຂ້າພະ​ເຈົ້າຄື​ຄົນ​ໃນ​ຄອບຄົວ​ດຽວ​ກັນ, ​ເພື່ອນ​ມິດ​ສະຫາຍພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ ເພື່ອ​ເພີ່ມ​ພູນ​ຄູນ​ສ້າງນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ​ເວົ້າ​ລວມ ​ແລະ ລະຫວ່າງນະຄອນ ​ເກີ່​ນ​ເທີ ກັບ​ບັນ​ດາ​ແຂວງ, ນະຄອນ​ຂອງ​ປະ​ເທດ​ ສປປ ລາວ ​ເວົ້າ​ສະ​ເພາະຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ”


ຂ່າວ/ບົດ​ອື່ນ