ການພົບປະແລກປ່ຽນສິລະປະ “ໄວໜຸ່ມຫວຽດນາມ - ລາວ ຄວາມຜູກພັນອັນສະໜິດແໜ້ນ”

ການພົບປະແລກປ່ຽນສິລະປະ “ໄວໜຸ່ມຫວຽດນາມ - ລາວ ຄວາມຜູກພັນອັນສະໜິດແໜ້ນ” - ảnh 1

ການ​ພົບ​ປະ​ແລ​ກປ່ຽນສິລະ​ປະ “​ໄວ​ໜຸ່ມ​ຫວຽດນາມ - ລາວ ຄວາມ​ຜູກ​ພັນ​ອັນ​ສະໜິດ​ແໜ້ນ”

(ພາບ: thanhnienviet.vn)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດຫວຽດນາມ - ລາວ (1962 - 2012), 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ ​ແລະ ການຮ່ວມ​ມືລະຫວ່າງ 2 ປະ​ເທດ (1977 - 2012) ​ແລະ ຕອບ​ສະໜອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽ​ດນາມ - ລາວ, ຕອນ​ຄ່ຳ​ວັນ​ທີ 27/5, ຢູ່​ແຂວງ ຮ່າ​ຕິງ, ສູນ​ກາງ​​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ບໍລິສັດ​ຮ່ວມ​ມື​ພັດທະນາ​ສາກົນ ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ທີ່​ມີ​ຫົວ​ຂໍ້​ວ່າ: “​ໄວ​ໜຸ່ມ​ຫວຽດນາມ - ລາວ​ ຄວາມ​ຜຸ​ກພັນ​ອັນ​ສະໜິດ​ແໜ້ນ​”. ລາຍການນີ້​ແມ່ນສະພາບ​ແວດ​ລ້ອມ​ແຫ່ງ​ການພົບ​ປະ​ແລ​ກປ່ຽນ​ວັດທະນະທຳ​ໃຫ້​ແກ່​ບັນດາ​ພະນັກງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ບັນດາ​ນັກ​ສຶກສາ ລາ​ວ ພວມ​ດຳ​ເນ​ີນຊີວິດ ​ແລະ ຮ່ຳຮຽນ​ຢູ່​ຫວຽດນາມ ກັບ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ທີ່​ລາຍການ​ພົບ​ປະ​ແລກປ່ຽນ, ທ່ານ Nguyen Dac Vinh, ​ເລຂາ​ທີ​ໜຶ່ງສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຊີ້​ແຈງວ່າ:

“​​ເຊິ່ງແມ່ນ​ລຸ້ນ​​ຊາວ​ໜຸ່ມ​ໃນ​ໄລຍະ​ໃໝ່, ພວກ​ເຮົາຮັບ​ຮູ້​ໄດ້​​ເຖິງຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຄວາມ​ຮັບຜິດຊອບຕໍ່​ການ ​ເພີ່ມ​ພູມ​ຄູນ​ສ້າງ​​ໃຫ້​ແກ່​ນ້ຳ​ໃຈມິດຕະພາບ​​ອັນໝັ້ນຄົງ​ຍາວ​ນານ​ເຊິ່ງ ລຸ້ນກ່ອນ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ. ຄ່ຳ​ຄືນ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ນີ້ ຄື​ສານ​ສະບັບ​ໜຶ່ງ​ເພື່ອສົ່ງ​ເຖິງ​ໄວ​ໜຸ່ມ 2 ປະ​ເທດ ຕ້ອງສູ້​ຊົນ​ເພື່ອ​ປັບປຸງ, ພັດທະ​ນາ​ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ໄລຍະ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ”

ຂ່າວ/ບົດ​ອື່ນ