ການພົບປະແລກປ່ຽນສະເຫລີມສະຫລອງ55ປີແຫ່ງວັນເປີດເສັ້ນທາງໂຮ່ຈິມີນບົນທະເລ


ການພົບປະແລກປ່ຽນສະເຫລີມສະຫລອງ55ປີແຫ່ງວັນເປີດເສັ້ນທາງໂຮ່ຈິມີນບົນທະເລ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເຂົ້າ​ຮ່ວມ ພິ​ທີ​ສະ​ເຫລີມ​ສະ​ຫລອງ
ພາບ: TTXVN

(vovworld)- ​ ​​ວັນ​ທີ 23/10 ແມ່ນ​ວັນ​ສະ​ເຫລີມ​ສະ​ຫລອງ 55 ປີ​ແຫ່ງວັນ​ເປີດ​ເສັ້ນ​ທາງ​ໂຮ່​ຈິ​ມີນ​ບົນ​ທະ​ເລ (23/10/1961-23/10/2016). ກ່ອນ​ຫນ້ານັ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 22/10 ຢູ່ ນະ​ຄອນ ຫາຍ​ຟ່ອງ, ເຫລົ່າ​ທັບ​ເຮືອ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​​ພິ​ທີສະ​ເຫລີມ​ສະ​ຫລອງ​ເປີດ​ເສັ້ນ​ທາງໂຮ່​ຈິ​ມີນ​ບົນ​ທະ​ເລ. ວັນ​ທີ 23/10/1961, ກະ​​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ອອກ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ກອງ​ 759 ປະ​ຈຸ​ບັນ​ແມ່ນກອງ​ພົນ​ນ້ອຍທະ​ຫານ​ເຮືອ 125. ກອງນີ້ ມີ​ຫນ້າ​ທີ່​ເປີດ​ເສັ້ນ​ທາງ​ທະ​ເລ​​ຍຸດ​ທະ​ສາດ​ເພື່ອຂົນ​ສົ່ງອາ​ວຸດ ແລະ ເຄື່ອງ​ຂອງ​ຮັບ​ໃຊ້​ສະ​ຫນາມ​ຮົບ​ພາກ​ໃຕ້. ໃນ​ຕະ​ຫລອດ 15 ປີ (1961-1975), ກອງ 125 ໄດ້​ລະ​ດົມ​ເຮືອ ແລະ ກຳ​ປັ່ນ​ເກືອບ 1.900 ເທື່ອ ຂົນ​ສົ່ງ​ອາ​ວຸດ, ອຸ​ປະ​ກອນ​ເຕັກ​ນິກຢຸກ​ຢາ ກວ່າ 150.000 ໂຕນ ແລະ ພະ​ນັກ​ງານ, ນັກ​ຮົບ​ເກືອບ 80.000 ຄົນ ຈາກ​ພາກ​ເຫນືອ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ສະ​ຫນົມ​ຮົບ​ພາກ​ໃຕ້, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ທີ່​ການ​ພົບ​ປະ​ແລກ​ປ່ຽນ,  ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ, ວິ​ລະ​ກຳ​ຂອງ​ກຳ​ລັງ​ທະ​ຫານ​ເຮືອ​ປະ​ຊາ​ຊົນ​ຫວຽດ​ນາມ ເວົ້າ​ລວມ, ການອຸ​ທິດ​ສ່ວນ​ຂອງ​ບັນ​ດາ​ນັກ​ຮົບ​ເກົ່າ​ເສັ້ນ​ທາງ​ໂຮ່​ຈິ​ມີນ ບົນ​ທະ​ເລ ເວົ້າ​ສະ​ເພາະ. 

“ປະ​ຫ​ວັດ​ສາດ​ຂອງກອງ 125 ແມ່ນ​ສະ​ຫງ່າ​ລາ​ສີ​ຂອງ​ປະ​ຫວັດ​ສາດ​ທະ​ຫານ​ເຮືອ​ຫວຽດ​ນາມ. ການ​ປະ​ສານ​ສົ​ມ​ທົບ​ຢ່າງ​ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ​ຂອງ​ປະ​ຊາ​ຊົນ, ຂອງວິ​ໄສ​ທັດ​ຍາວ​ໄກ​ຂອງ​ພັກ, ການ​ເສຍ​ສະ​ຫລະ​ຂອງ​ພະ​ນັກ​ງານ, ທະ​ຫານ​ເຮືອ, ການ​ອຸ​້ມ​ຊູ​ຊ່ວຍເຫລືອ​ຂອງ​ປະ​ຊາ​ຊົນ. ມີ​ນັກ​ຮົບ​ຫລາຍ​ຄົນ​ໄດ້​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ປົກ​ປັກ​ຮັກ​ສາ​ກຳ​ລັງ, ຮັກ​ສາ​ຄວາມ​ລັບ ແລະ ດັບ​ສູນ​ສັດ​ຕູ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມເຊື່ອ​ໝັ້ນວ່າ, ປະ​ຊາ​ຊົນ​ຫວຽດ​ນາມ ຫລາຍ​ລຸ້ນ​ຄົ​ນ ຍາມ​ໃດ​ກໍ​ຈົດ​ຈ່ຳ​ການ​ເສຍ​ສະ​ຫລະ​ຂອງ​ບັນ​ດາ​ນັກ​ຮົບ​ດັ່ງ​ກ່າວ.”


ຕອບກັບ

ຂ່າວ/ບົດ​ອື່ນ