ການພົວພັນດ້ານເສດຖະກິດກຳປູເຈຍ-ຫວຽດນາມຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ

ການພົວພັນດ້ານເສດຖະກິດກຳປູເຈຍ-ຫວຽດນາມຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hunsen ຕັດ​ແຖບ​ຜ້າ​ເລີ່​ມ​ລົງ​ມື
ກໍ່​ສ້າງ​ໂຄງ​ການ​ຂອງ​ຫວຽດ​ນາມ​ຢູ່​ກຳ​ປູ​ເຈຍ

(vovworld)- ​ ​ ​ຫນັງ​ສື​ພິມ​ລາຍ​ວັນ​ຂອງ​ກຳ​ປູ​ເຈຍ ສະ​ບັບ​ອອກວັນ​ທີ 14/6 ໄດ້​ມີ​ບົດ​ຂຽນ​ລົງ​ພິມ​ໃນ​ຫນ້າ​ທຳ​ອິດ​ດ້ວຍ​ເນື້ອ​ໃນ​ຖື​ວ່າ: ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ກຳ​ປູ​ເຈຍ ແລະ ຫວຽດ​ນາມ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ແລະ ກາ​ລະ​ໂອ​ກາດ​ພັດ​ທະ​ນາຫລາຍ​ຢ່າງ. ໂດຍ​ແມ່ນ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC), ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ມີ​ກາ​ລະ​ໂອ​ກາດ​ດີ​ເພື່ອ​ພ້ອມ​ກັນ​ເປີດກວ້າງ​ຕະ​ຫລາດ, ຍູ້​ແຮງ​ການ​ສົ່ງ​ອອກ. ສອງ​ປະ​ເທດ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ຍາວກວ່າ 1.000 ກິ​ໂລ​ແມັດ ແລະ ມີ​ຈຸດ​ຄ້າຍ​ຄື​ກັນ​ຫລາຍ​ຢ່າງ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ, ສັງ​ຄົມ, ກຳ​ປູ​ເຈຍ ແລະ​ຫວຽດ​ນາມ ພວມ​ມຸ້ງ​ໄປ​ເຖິງ​ຄາດ​ໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 5 ຕື້ USD/ປີ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບົດ​ຫນັງ​ສື​ພິມ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ກຳ​ປູ​ເຈຍ. ນອກນັ້ນ ຫວຽດ​ນາມ ຍາມ​ໃດ​ກໍ​ນຳ​ຫນ້າ​ກ່ຽວ​ກັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ກ​ຳ​ປູ​ເຈຍ ໃນ​ຊຸມ​ປີມໍ່ໆ​ມານີ້ ພ້ອມ​ທັງ​ຫວຽດ​ນາມ ກໍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຖວ​ຫນ້າ​ຂອງ​ນັກ​ທ່ອງ​ທ່ຽວ ກຳ​ປູ​ເຈຍ ເມື່ອ​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ