ການພົວພັນຫວຽດນາມ-ອາເມລິກາ“ບໍ່ມີຫຍັງແມ່ນບໍ່ສາມາດປະຕິບັດໄດ້“

ການພົວພັນຫວຽດນາມ-ອາເມລິກາ“ບໍ່ມີຫຍັງແມ່ນບໍ່ສາມາດປະຕິບັດໄດ້“ - ảnh 1
ທ່ານເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ Ted Osius
(ພາບອີນເຕີແນັດ)

(vovworld) - ການ​ພົວພັນ​ຫວຽດນາມ-ອາ​ເມ​ລິ​ກາ“ບໍ່​ມີ​ຫຍັງ​ແມ່ນ​ບໍ່ສາມາດ​ປະຕິ​ບັດ​ໄດ້ “ ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ Ted Osius ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການທູດ​ຫວຽດນາມ - ອາ​ເມ​ລິ​ກາເປັນ​ປົກກະຕິ (11/7/1995-11/7/2015). ທ່ານເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ວ່າ, 20 ປີ ຜ່ານ​ມາ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຫວຽດນາມ-ອາ​ເມ​ລິ​ກາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ທັດສະນະ​ມະນຸດສະທຳ, ສາສະໜາ​ລະຫວ່າງ​ສອງ​ປະ​ເທດ, ​​ແຕ່ “ບໍ່​ມີ​ຫຍັງ​ແມ່ນ​ບໍ່ສາມາດປະຕິ​ບັດ​ໄດ້ “​ໃນ​ການ​ພົວພັນ ຫວຽດນາມ-ອາ​ເມ​ລິ​ກາ. ​ເພາະ​ມີ​ແຕ່​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຄົາລົບ​ນັບຖື​ຄວາມ​ແຕກ​ຕ່າງ​ຂອງ​ກັນ​ເທົ່າ​ນັ້ນ, ສອງ​ປະ​ເທດຈະ​ສາມາດ​ປະຕິບັດ​ຈຸດໝາຍ​ຮ່ວມ​ມື​ພັດທະນາ​ໄດ້.

        “ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ​ວ່າ “ອັນ​ໃດ​ກໍ່​ສາມາດ​ປະຕິບັດ​ໄດ້“ ​ແລະ ຂ້າພະ​ເຈົ້າ​ຖື​ວ່າ​ອະນາຄົດ​ຂອງ​ສອງ​ປະ​ເທດ​ແມ່ນ​ສົດ​ໄສ​ທີ່​ສຸດ. ກ່ອນ​ນີ້ 2 ປີ, ພວກ​ເຮົາ​ໄດ້​ລົງ​ນາມ​ກ່ຽວ​ກັບການພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ວາງ​ອອກ 9 ຂົງ​ເຂດ​ຮ່ວມ​ມື. ​ແລະ ພວກ​ເຮົາ​ເຫັນ​ໄດ້​ຄວາມ​ກ້າວໜ້າ​ໃນ 9 ຂົງ​ເຂດ​ດັ່ງກ່າວ. ປະຈຸ​ບັນພວກ​ຂ້າພະ​ເຈົ້າ​ຫວັງ​ວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ພັດທະນາ​ກວ່າ​ອີກ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ 2 ຝ່າຍ​ເທົ່າ​ນັ້ນ, ຫາກ​ພວກ​ເຮົາ​ສາມາດ​ເຮັດ​ວຽກ​ງານ​ລວມ​ໃຫ້​ພາກ​ພື້ນ ​ແລະ ທົ່ວ​ໂລກ​ອີກ​ດ້ວຍ”.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ