ການ​ຢ້ຽມ​ຢາມ ຍີ່​ປຸ່ນ​ຂອງ ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປີດ​ສາກ​ໃຫ້​ແກ່​ການພັດ​ທະ​ນາໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ບາງບັນຫາໃຫຍ່ຂອງ ທັງສອງປະເທດຈະໄດ້ຮັບການເຕື້ອງເຖິງຈາກ ນາຍົກລັດຖະມົນຕີ 2 ທ່ານ ຄື: ກຳນົດທິດການພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ບັນຫາເສດຖະກິດ - ການຄ້າ, ຄວາມໝັ້ນຄົງ - ການເມືອງ, ຊຸກຍູ້ການພົວພັນວັດທະນະທຳ, ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນນັກສຶກສາ…
ການ​ຢ້ຽມ​ຢາມ ຍີ່​ປຸ່ນ​ຂອງ ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປີດ​ສາກ​ໃຫ້​ແກ່​ການພັດ​ທະ​ນາໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ 

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການໃນລະຫວ່າງວັນທີ 22 – 25 ພະຈິກ 2021. ນີ້ແມ່ນການຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ນັບແຕ່ເວລາຮັບດຳລົງຕຳແໜ່ງ ແລະ ຍີ່ປຸ່ນມີການນຳຄົນໃໝ່.

ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ໄດ້ເນັ້ນໜັກວ່າ ໃນສະພາບການ ໂລກລະບາດໂຄວິດ - 19 ຍັງບໍ່ທັນສາມາດຄວບຄຸມໄດ້, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຍັງ ຍີ່ປຸ່ນ ແມ່ນໂອກາດເພື່ອໃຫ້ 2 ທ່ານ ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ ກ່ຽວກັບບັນດາບັນຫາທີ່ໄດ້ຮັບການປຶກສາຫາລືຢູ່ນອກກອງປະຊຸມ COP26 ທີ່ຜ່ານມາ, ພ້ອມທັງ ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນ ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງປະເທດເທົ່ານັ້ນ, ຫາກຍັງສ້າງທ່າເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນປີ 2023 ຄົບຮອບ 50 ປີອີກດ້ວຍ.

ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ບາງບັນຫາໃຫຍ່ຂອງ ທັງສອງປະເທດຈະໄດ້ຮັບການເຕື້ອງເຖິງຈາກ ນາຍົກລັດຖະມົນຕີ 2 ທ່ານ ຄື: ກຳນົດທິດການພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ບັນຫາເສດຖະກິດ - ການຄ້າ, ຄວາມໝັ້ນຄົງ - ການເມືອງ, ຊຸກຍູ້ການພົວພັນວັດທະນະທຳ, ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນນັກສຶກສາ…

ຕອບກັບ

ຂ່າວ/ບົດ​ອື່ນ