English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

16°C - 25°C

ການຢ້ຽມຢາມ ຫວຽດນາມ ຂອງເຈົ້າຊີວິດ ແລະ ພະມະເຫສີ ແບນຊິກ ເປີດບັນດາແງ່ຫວັງຮ່ວມມືໃໝ່ລະຫວ່າງ 2 ປະເທດໃນຫຼາຍຂົງເຂດ

(VOVWORLD) - ການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຄັ້ງທຳອິດຂອງ ເຈົ້າຊີວິດ ແລະ ພະມະເຫສີ ແບນຊິກ ນີ້ບໍ່ພຽງແຕ່ໄດ້ຢັ້ງຢືນບົດບາດຂອງ ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີສະຖຽນລະພາບຂອງແບນຊິກ
ການຢ້ຽມຢາມ ຫວຽດນາມ ຂອງເຈົ້າຊີວິດ ແລະ ພະມະເຫສີ ແບນຊິກ ເປີດບັນດາແງ່ຫວັງຮ່ວມມືໃໝ່ລະຫວ່າງ 2 ປະເທດໃນຫຼາຍຂົງເຂດ - ảnh 1ເຈົ້າຊີວິດ ແບນຊິກ Philippe
(ພາບ: Twitter ພະລາດຊະວັງແບນຊິກ)

        ການຢ້ຽມຢາມ ຫວຽດນາມ ຂອງເຈົ້າຊີວິດ ແລະ ພະມະເຫສີ ແບນຊິກ ເປີດບັນດາແງ່ຫວັງຮ່ວມມືໃໝ່ລະຫວ່າງ 2 ປະເທດໃນຫຼາຍຂົງເຂດ. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ແບນຊິກ ປະຈຳ ຫວຽດນາມ Karl Van den Bossche, ກ່ອນການເດີນທາງຢ້ຽມຢາມ ຫວຽດນາມ ທາງລັດຖະກິດ ຂອງເຈົ້າຊີວິດລາຊະອານາຈັກ ແບນຊິກ Philippe ແລະ ພະມະເຫສີ, ແຕ່ວັນທີ 31 ມີນາ - 04 ເມສາ.

        ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຄັ້ງທຳອິດຂອງ ເຈົ້າຊີວິດ ແລະ ພະມະເຫສີ ແບນຊິກ ນີ້ບໍ່ພຽງແຕ່ໄດ້ຢັ້ງຢືນບົດບາດຂອງ ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີສະຖຽນລະພາບຂອງແບນຊິກ, ປັບປຸງການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມສຳຄັນຂອງ ຫວຽດນາມ ບົນເວທີສາກົນ ໃນໂລກທີ່ເຕັມໄປດ້ວຍການໜັງຕິງຄືໃນປະຈຸບັນອີກດ້ວຍ; ທ່ານຢືນຢັນວ່າ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງຄູ່ຮ່ວມມືຄື ແບນຊິກ ແລະ ຫວຽດນາມ ແມ່ນສິ່ງທີ່ຈຳເປັນ ເພື່ອຊຸກຍູ້ບົດບາດຂອງ ອາຊຽນ, ສະຫະພາບເອີລົບ (ອີຢູ), ກໍຄືການພົວພັນລະຫວ່າງ ອີຢູ ແລະ ຫວຽດນາມ.

        ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ, ໃນການຢ້ຽມຢາມທາງລັດຖະກິດຄັ້ງນີ້, ນອກຈາກບັນດາສະມາຊິກລັດຖະບານ, ຈະມີການນຳວິສາຫະກິດ 30 ທ່ານ ແລະ ອະທິການບໍດີມະຫາວິທະຍາໄລປະທານ 12 ທ່ານຈະຮ່ວມເດີນທາງພ້ອມກັບເຈົ້າຊີວິດ ແລະ ພະມະເຫສີ ແບນຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ