ຫວຽດນາມ ໃຫ້ຄຳໝັ້ນສັນຍາ, ລົງທຶນ, ກະທຳເພື່ອລົບລ້າງພະຍາດວັນນະໂລກ
(VOVWORLD) - ວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ໂຮງໝໍປິ່ນປົ່ວພະຍາດປອດ ສູນກາງ - ໂຄງການຕ້ານພະຍາດວັນນະໂລກແຫ່ງຊາດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນປ້ອງກັນ, ຕ້ານພະຍາດວັນນະໂລກທົ່ວໂລກ (ວັນທີ 24 ມີນາ) ດ້ວຍຫົວຂໍ້ “ຫວຽດນາມ ໃຫ້ຄຳໝັ້ນສັນຍາ, ລົງທຶນ, ເຄື່ອນໄຫວເພື່ອລົບລ້າງພະຍາດວັນນະໂລກ”. ເຫດການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງສັງຄົມກ່ຽວກັບຜົນກະທົບອັນຮ້າຍແຮງຂອງພະຍາດວັນນະໂລກທີ່ມີຕໍ່ສຸຂະພາບ,ເສດຖະກິດ ແລະ ສັງຄົມ.
ທ່ານ ດິງວັນເລື້ອງ, ຜູ້ອຳນວຍການໂຮງໝໍປິ່ນປົວພະຍາດປອດສູນກາງ (ພາບ: laodongthudo.vn) |
ຕາມຕົວເລກສະຖິຕິຂອງອົງການອະນາໄມໂລກ (WHO), ປັດຈຸບັນ, ຫວຽດນາມ ມີຄົນເຈັບຕິດພະຍາດວັນນະໂລກໃໝ່ປະມານ 182.000 ຄົນ ແລະ ແຕ່ລະປີ, ມີປະມານ 11.000 ຄົນ ຖືກເສຍຊີວິດຍ້ອນພະຍາດດັ່ງກ່າວ. ປີ 2023, ຫວຽດນາມ ຢືນອັນດັບທີ 12/30 ປະເທດທີ່ແບກຫາບບົດບາດຕໍ່ພະຍາດວັນນະໂລກນີ້ສູງທີ່ສຸດໃນໂລກ. ເຖິງຢ່າງໃດກໍຕາມ, ປີ 2024, ໂຄງການຕ້ານພະຍາດວັນນະໂລກ ບັນລຸໄດ້ໝາກຜົນດີທີ່ສຸດ ເມື່ອກວດພົບກວ່າ 113.000 ຄົນຕິດພະຍາດດັ່ງກ່າວ (ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີ 2023). ຕາມທ່ານນາງ Angela Pratt, ຫົວໜ້າຜູ້ຕາງໜ້າອົງການ WHO ຢູ່ ຫວຽດນາມ ແລ້ວ, ຕົວເລກດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງໃນການກວດ ແລະ ປິ່ນປົວພະຍາດວັນນະໂລກ, ພ້ອມດຽວກັນນັ້ນ ອັດຕາສ່ວນປິ່ນປົວສຳເລັດກໍເປັນໜ້າປະທັບໃຈທີ່ສຸດ.
ຕາມທ່ານ ດິງວັນເລື້ອງ, ຜູ້ອຳນວຍການໂຮງໝໍປິ່ນປົວພະຍາດປອດສູນກາງ, ຫົວໜ້າອົງການບໍລິຫານໂຄງການຕ້ານພະຍາດວັນນະໂລກແຫ່ງຊາດແລ້ວ, ເປົ້າໝາຍປີນີ້ຂອງ ຫວຽດນາມ ແມ່ນຄວບຄຸມພະຍາດປອດຕິດພັນກັບບັນດາຮາກຖານສາທາລະນະ, ຊ່ວຍໃຫ້ຄົນເຈັບທຸກຄົນເມື່ອໄປກວດພະຍາດລ້ວນແຕ່ໄດ້ຮັບການກວດ, ຈາກນັ້ນ ເພີ່ມອັດຕາກວດພົບ ແລະ ປິ່ນປົວໃຫ້ຄົນເຈັບຕິດພະຍາດວັນນະໂລກ.