ງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວ ອາຊຽນ” ຈະດຳເນີນໃນເດືອນພຶດສະພາ 2025

(VOVWORLD) - ຄາດວ່າ ງານວາງສະແດງຈະດຳເນີນໃນເດືອນພຶດສະພາ 2025 ຢູ່ແຂວງ ເງະອານ, ດ້ວຍຜົນງານ 200 ຢ່າງໂດຍບັນດານັກຖ່າຍຮູບ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ວາງສະແດງ. 
ງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວ ອາຊຽນ” ຈະດຳເນີນໃນເດືອນພຶດສະພາ 2025 - ảnh 1(ພາບປະກອບ: ກົມວິຈິດສິນ, ການຖ່າຍຮູບ ແລະ ງານວາງສະແດງຫວຽດນາມ )

ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຫາກໍ່ມອບໃຫ້ກົມວິຈິດສິນ, ການຖ່າຍຮູບ ແລະ ງານວາງສະແດງເປັນເຈົ້າພາບ ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເງະອານ ຈັດງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວ ອາຊຽນ” ຢູ່ວັນບຸນ ໝູ່ບ້ານ ແຊນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນເກີດປະທານ ໂຮ່ຈີມິນ. ຄາດວ່າ ງານວາງສະແດງຈະດຳເນີນໃນເດືອນພຶດສະພາ 2025 ຢູ່ແຂວງ ເງະອານ, ດ້ວຍຜົນງານ 200 ຢ່າງໂດຍບັນດານັກຖ່າຍຮູບ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ວາງສະແດງ. ນີ້ແມ່ນການເຄື່ອນໄຫວສິລະປະ ທີ່ມີຄວາມໝາຍແທດຈິງ, ປະກອບສວ່ນເຮັດໃຫ້ເນື້ອໃນຂອງວັນບຸນໝູ່ບານ ແຊນ ຢູ່ ເງະອານ ອຸດົມສົມບູນກ່ວາ.    ການເຄື່ອນໄຫວຍັງປະກອບສ່ວນເປີດກວ້າງການພົວພັນພົບປະແລກປ່ຽນວັດທະນະທຳ, ແມ່ນໂອກາດເພ່ືອໃຫ້ມວນຊົນຜູ້ມັກຮັກສິລະປະ ໄດ້ສຳຜັດ ແລະ ຮັບຊົມບັນດາຜົນງານພາບຖ່າຍໃນການຄັດເລືອກທີ່ດີເດັ່ນຂອງບັນດານັກຖ່າຍຮູບໃນກຸ່ມ ອາຊຽນ. ຄາດວ່າ ງານວາງສະແດງຈະດຳເນີນໃນ 10 ວັນ (ແຕ່ວັນທີ 10 – 25 ພຶດສະພາ 2025).

ຕອບກັບ

ຂ່າວ/ບົດ​ອື່ນ