ການວາງລະເບີດຢ່າງລຽນຕິດຢູ່ອີຣັກ ເຮັດໃຫ້ 30 ຄົນຖືກບາດເຈັບ

ການວາງລະເບີດຢ່າງລຽນຕິດຢູ່ອີຣັກ ເຮັດໃຫ້ 30 ຄົນຖືກບາດເຈັບ - ảnh 1

(ພາບປະກອບ:baotintuc.vn)

( vovworld ) – ​ໃນ​ການ​ວາງລະ​ເບີດ​ຄັ້ງຕ່າງໆ​ຢ່າງ​ລຽນຕິດ​ເມື່ອ​ຕອນ​ບ່າຍ​ວັນ​ທີ 8/9 ​ແນ​ໃສ່​ນະຄອນ Baquba  ​ເມືອງ​ເອກ​ຂອງ​ແຂວງ Diyala ຫ່າງ​ຈາກ​ນະຄອນຫຼວງ​ແບກ​ແດດ ຂອງ​ອີຣັກ ປະມານ 65 ກມ ​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 30 ຄົນຖືກ​ບາດ​ເຈັບ. ລູກ​ລະ​ເບີດ 2 ລູກ​ຢູ່​ແຄມ​ທາງ​ໄດ້​ລະ​ເບີດ​ໃນ​ພາບ​ດຽວຢູ່ເຂດ Al Tahrir ທາງ​ທິດ​ໃຕ້ນະຄອນ Baquba. ຫຼັງ​ຈາກ​ນັ້ນພຽງ 2,3 ນາທີ,​​ ໃນ​ສະຖານ​ທີ່ດັ່ງກ່າວ, ລູກ​ລະ​ເບີດ​ອີກ​ລູກ 1 ​ໃນ​ລົດ​ໂອ​ໂຕ​ກໍ່​ລະ​ເບີດ​ເຊັ່ນ​ດຽວ​ກັນ. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີຣັກ ​ໄດ້​ມີໜ້າ​ຢູ່​ສະຖານ​ທີ່​ເກີດ​ເຫດ​ໂດຍ​ທັນທີ, ​ເຂົາ​ເຈົ້າ​ໄດ້​ຄົ້ນພົບ ​ແລະ ທຳລາຍ​ລູກ​ລະ​ເບີດ​ອີກ 4 ລູກ ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ