ການ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ນະ​ຄອນຫຼວງ​ຕ້ອງ​ຄິດ​ໄລ່​ເຖິງ​ການ​ຍູ້​ແຮງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

(VOVWORLD) -ບັນດາຄຳເຫັນຖືວ່າ ໃນໄລຍະຈະມາເຖິງ ຕ້ອງມີການກຳນົດທິດ, ການວາງແຜນກຳນົດກໍ່ສ້າງນະຄອນທີ່ມີກຳລັງຄວາມສາມາດໃນການແກ້ງແຍ່ງ ແລະ ກາຍເປັນສູນເຊື່ອມໂຍງ ຂອງພາກພື້ນ ແລະ ໂລກ. 
ການ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ນະ​ຄອນຫຼວງ​ຕ້ອງ​ຄິດ​ໄລ່​ເຖິງ​ການ​ຍູ້​ແຮງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 1ກອງປະຊຸມຄະນະບໍລິຫານງານອົງຄະນະພັກນະຄອນຮ່າໂນ້ຍ ປຶກສາຫາລືກ່ຽວກັບແຜນຮ່າງສະຫຼຸບ 10 ປີແຫ່ງການປະຕິບັດທິດທາງ, ໜ້າທີ່ພັດທະນາຂອງນະຄອນຫຼວງໃນໄລຍະ 2011 – 2020

ວັນທີ 24 ກຸມພາ, ຢູ່ກອງປະຊຸມຄະນະບໍລິຫານງານອົງຄະນະພັກນະຄອນຮ່າໂນ້ຍ ປຶກສາຫາລືກ່ຽວກັບແຜນຮ່າງສະຫຼຸບ 10 ປີແຫ່ງການປະຕິບັດທິດທາງ, ໜ້າທີ່ພັດທະນາຂອງນະຄອນຫຼວງໃນໄລຍະ 2011 – 2020 ແລະ ລາຍງານສຳຫຼວດກວດກາ, ຕີລາຄາການວາງແຜນກຳນົດລວມໃນການກໍ່ສ້າງນະຄອນທີ່ໄດ້ຮັບການອະນຸມັດ ແລະ ກຳນົດທິດທາງຄົ້ນຄ້ວາດັບປັບສັງລວມ ແຜນກຳນົດລວມໃນການກໍ່ສ້າງນະຄອນຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2050, ຕິດພັນກັບການກຳນົດທິດການພັດທະນາຕົວເມືອງນະຄອນຮ່າໂນ້ຍ, ມີຫຼາຍຄຳເຫັນໄດ້ສະເໜີການວາງແຜນກຳນົດພັດທະນານະຄອນຮ່າໂນ້ຍ ຕ້ອງຄິດໄລ່ເຖິງການຍູ້ແຮງການພັດທະນາເສດຖະກິດການທ່ອງທ່ຽວ.

ບັນດາຄຳເຫັນຖືວ່າ ໃນໄລຍະຈະມາເຖິງ ຕ້ອງມີການກຳນົດທິດ, ການວາງແຜນກຳນົດກໍ່ສ້າງນະຄອນທີ່ມີກຳລັງຄວາມສາມາດໃນການແກ້ງແຍ່ງ ແລະ ກາຍເປັນສູນເຊື່ອມໂຍງ ຂອງພາກພື້ນ ແລະ ໂລກ. ຕາມທ່ານນາງຫົວໜ້າພະແນກການທ່ອງທ່ຽວນະຄອນຮ່າໂນ້ຍ ດັ້ງເຮືອງຢາງ ແລ້ວ, ເພື່ອເສີມຂະຫຍາຍກຳລັງຄວາມສາມາດ, ທ່າໄດ້ປຽບຂອງນະຄອນຫຼວງໃນການວາງແຜນກຳນົດບໍ່ພຽງແຕ່ຕ້ອງເອົາໃຈໃສ່ເຖິງພື້ນຖານໂຄງລ່າງຄົມມະນາຄົມເທົ່ານັ້ນ ຫາກຍັງຕ້ອງເອົາໃຈໃສ່ເຖິງການວາງແຜນກຳນົດພື້ນຖານໂຄງລ່າງການທ່ອງທ່ຽວຂອງຮ່າໂນ້ຍ ອີກດ້ວຍ, ທ່ານນາງ ດັ້ງເຮືອງຢາງ ໃຫ້ຮູ້ວ່າ:

ບັນດານະຄອນຫຼວງເມື່ອມີແມ່ນ້ຳໄຫຼຜ່ານ ແມ່ນມີຄຸນຄ່າທີ່ສຸດ, ຂ້າພະເຈົ້າສະເໜີຕ້ອງເອົາໃຈໃສ່ສ້າງຂົວຕື່ມ ເພື່ອເຊື່ອມຕໍ່ສອງຝັ່ງແມ່ນ້ຳ, ທັງພັດທະນາເສດຖະກິດ ທັງພັດທະນາການທ່ອງທ່ຽວ. ບັນດາປະເທດທີ່ມີການທ່ອງທ່ຽວພັດທະນາ, ເຂົາເຈົ້າເອົາໃຈໃສ່ທີ່ສຸດຕໍ່ການສ້າງຂົວແຫ່ງຕ່າງໆ. ທີ 2 ແມ່ນຄົ້ນຄ້ວາ ເພື່ອມີກິດຈະກຳທີ່ມີລັກສະນະເປັນສັນຍາລັກ ຂອງຮ່າໂນ້ຍ ກ່ຽວກັບສະຖາປັດຕະຍາກຳ, ກ່ຽວກັບວັດທະນະທຳລະດັບສາກົນ ເພື່ອດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວນັ້ນ ອາດຈະສ້າງເສດຖະກິດຢູ່ 2 ຝັ່ງແມ່ນ້ຳແດງໃຫ້ມີການພັດທະນາ.

ບັນດາຜູ້ແທນກໍ່ຖືວ່າ ການວາງແຜນກຳນົດໝູ່ບ້ານຫັດຖະກຳ, ວາງແຜນກຳນົດບັນດາສະຖານທີ່ທ່ອງທ່ຽວຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບລັກສະນະເຊື່ອມຕໍ່ເພື່ອດຶງດູດແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ