ການ​ຮ່ວມ​ມື, ໂອ້ລົ​ມ​ສົ​ນ​ທະ​ນາ ເພື່ອ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ

(VOVWORLD) -ທີ່ວາລະປຶກສາຫາລື, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮັບຮອງເອົາຖະແຫຼງການປະທານຂອງ ສະພາຄວາມໝັ້ນຄົງ ສປຊ ໂດຍ ຫວຽດນາມ ສະເໜີ ເພື່ອແນໃສ່ຢັ້ງຢືນຄວາມຕິດພັນລະຫວ່າງ ສປຊ, ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ ໃນການສະກັດກັ້ນ, ແກ້ໄຂການປະທະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາແມ່ນບັນດາປັດໄຈທີ່ຈຳເປັນ.
ການ​ຮ່ວມ​ມື, ໂອ້ລົ​ມ​ສົ​ນ​ທະ​ນາ ເພື່ອ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ - ảnh 1ວາລະປຶກສາຫາລືເປີດຂັ້ນສູງຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ສະຖານທີ່ຖ່າຍຖອດສົດຢູ່ຮ່າໂນ້ຍ (ພາບ:TTXVN)

ການເພີ່ມທະວີການຮ່ວມມືລະຫວ່າງບັນດາພາກພື້ນ, ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ຈະຊຸກຍູ້ການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ຫຼຸດຜ່ອນຄວາມສ່ຽງເກີດການປະທະກັນ ແລະ ເພີ່ມທະວີການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ. ນີ້ແມ່ນສານເຊິ່ງບັນດາການນຳທົ່ວໂລກ, ບັນດາຜູ້ຕາງໜ້າລັດຖະບານ, ບັນດາອົງການຈັດຕັ້ງສາກົນ ໄດ້ຍົກອອກມາຢູ່ວາລະປຶກສາຫາລືເປີດຂັ້ນສູງຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 19 ເມສາ ຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂັ້ນສູງ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ແລະ ການນຳບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ຕີລາຄາສູງ ຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດເຫດການນີ້, ຢັ້ງຢືນການສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງ ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນໃນພາກພື້ນ. ທ່ານ Antonio Guterres ໄດ້ເນັ້ນໜັກວ່າ: ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ພວມເກີດຂຶ້ນໃນໂລກ, ລວມມີບັນດາບັນຫາເກີດຈາກໂລກລະບາດໂຄວິດ - 19 ຈະໄດ້ຮັບການແກ້ໄຂ ກໍ່ຕໍ່ເມື່ອບັນດາປະເທດຮ່ວມແຮງຮ່ວມໃຈຮ່ວມມືກັນ. ທ່ານ Antonio Guterres ກໍ່ຕີລາຄາສູງການຮ່ວມມືລະຫວ່າງ ສະຫະປະຊາຊາດ ແລະ ອາຊຽນ, ກໍ່ຄືບົດບາດເປັນໃຈກາງຂອງ ອາຊຽນ ໃນພາກພື້ນ ເພື່ອແນໃສ່ສະກັດກັ້ນການປະທະກັນ ແລະ ສ້າງສັນຕິພາບ.

ໃນຂະນະນັ້ນ, ທ່ານ ຫວາງອີ໊ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ S.Jaikhankar ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ທ່ານ Simon Coveney ລັດຖະມົນຕີກະຊວງການຕ່າງປະເທດ ໄອແລນ… ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມຫຍຸ້ງຍາກເຊິ່ງ ບັນດາປະເທດພວມປະເຊີນໜ້າໃນປັດຈຸບັນ, ພິເສດແມ່ນບັນດາສິ່ງທ້າທາຍ ກ່ຽວກັບໄພທຳມະຊາດ, ໂລກລະບາດ, ຊຶ່ງຮຽກຮ້ອງຕ້ອງມີກົນໄກຮ່ວມມືທີ່ແທດຈິງກ່ວາ, ມີປະສິດທິຜົນກ່ວາ ແລະ ມີການແບ່ງປັນຂໍ້ມູນເຊິ່ງກັນແລະກັນ.

ທີ່ວາລະປຶກສາຫາລື, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮັບຮອງເອົາຖະແຫຼງການປະທານຂອງ ສະພາຄວາມໝັ້ນຄົງ ສປຊ ໂດຍ ຫວຽດນາມ ສະເໜີ ເພື່ອແນໃສ່ຢັ້ງຢືນຄວາມຕິດພັນລະຫວ່າງ ສປຊ, ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ ໃນການສະກັດກັ້ນ, ແກ້ໄຂການປະທະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາແມ່ນບັນດາປັດໄຈທີ່ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ