ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ສະຫະພັນລັດເຊຍ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ສະຫະພັນລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ຢ້ຽມຢາມສະຖານ​ທູດຫວຽດນາມ ປະຈຳສະຫະພັນລັດເຊຍ
(ພາບ: TTXVN)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຢ່າງ​​ເປັນ​ທາງ​ການ, ວັນ​ທີ 17/5, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໄປຢ້ຽມຢາມ ​ແລ​ະ ພົບ​ປະ​ກັບ​ພະນັກງານ, ລັດຖະກອນ​ສະຖານ​ທູດ ​ແລະ ບັນດາ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ ລັດ​ເຊຍ. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​​​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ຊາດ, ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ​ເນັ້ນ​ໜັກ​ບັນດາ​ທິດ​ທາງ​ໃຫຍ່​ແກ່​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ບັນດາ​ຈຸດ​ສຸມ​​​ນະ​ໂຍບາຍ​ພົວພັນ​ຕ່າງປ​ະ​ເທດ​ເຊິ່ງພັກ ​ແລະ ລັດ​ຈະ​ຜັນ​ຂະຫຍາຍ​ປະຕິບັດ​ໃນ 5 ປີ​ຈະ​ມາ​ເຖິງ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ ສະຫະພັນ ລັດ​ເຊຍ ທ່ານ​ນາງ Valentina Matvienko. 2 ຝ່າຍ​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ ຫວຽດນາມ - ສະຫະພັນ ລັດ​ເຊຍ ​ໃນ​ໄລຍະ​ຜ່ານ​ມາ​​ໄດ້ມີ​ບັນດາ​ບາ​ດກ້າວ​ຫັນປ່ຽນ​ຢ່າງ​ແຮງ, ນັບ​ມື້​ນັບ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ. ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​​ແລະ ສະພາ ສະຫະພັນ ລັດ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ ​ແລະ ຕິດຕາມ​, ກວດກາ​ການຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ 2 ປະ​ເທດ.

        ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ​ບໍລິສັດ​ນຳ້ມັນ​ອາຍ​​ແກັດ Gazprom, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ບໍລິສັດ​​ໃຫຍ່​ແຖວ​ໜ້າ​ຂອງ​ສະຫະພັນ​ລັດ​ເຊຍ.


ຂ່າວ/ບົດ​ອື່ນ