ການເຄື່ອນໄຫວຕ່າງໆທີ່ຟົດຟື້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ

ການເຄື່ອນໄຫວຕ່າງໆທີ່ຟົດຟື້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 1
ທ່ານ​ ເຮົ່າ​ອາ​ເລັງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ
​ຄະ​ນະ​ຊີ້​ນຳເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ
(ພາບ: bienphong)

(vovworld) - ​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 91 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ (21/06/1925 – 21/06/2016), ວັນ​ທີ 20/06, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ໄດ້​ຈັດ​ງານ​ພົບ​ປະ​ກັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ. ຢູ່​ທີ່​ນີ້, ທ່ານ​ ເຮົ່າ​ອາ​ເລັງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ປາດ​ຖະ​ໜາ່​ວາ, ບັນ​ດ​າ​ສຳ​ນັກ​ຂ່າວ​ສານ, ສື່ມວ​ນ​ຊົນ ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຄະ​ນະ​ຊີ້​ນຳເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ມະ​ຕິ​ຂອງ​ພັກ, ລັດ​ຢູ່​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ. ພ້ອມ​ທັງ​ຍູ້​ແຮງ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​​ປຽບ​ຂອງ​ບັນ​ດາ​ແຂວງເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ, ເພີ່ມ​ກຳ​ລັງ​ແຮງ​ເພື່ອ​ພັດ​ທະ​ນາ​ທົ່ວ​ເຂດ; ແນະ​ນຳ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ຄວາມ​ຮູ້​ດ້າ​ນ​ວິ​ທະ​ຍ​າ​ສາດ, ເຕັກ​ນິກ, ວິ​ທີ​ປະ​ຕິ​ບັດ​ທີ່​ດີ ເພື່ອ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ປະ​ກອ​ບ​ສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ບື່ນຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງ​ມີ.

        ເນື່ອງ​ໃນ​ໂອ​ກາດນີ້, ການ​ນຳ​ຄະ​ນະ​ພັກ​ນະ​ຄອນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ເກີນ​ເທີ, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ພະ​ແນກ, ​ຄະ​ນະ, ຂະ​ແໜງ​ການ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບັນ​ດາ​ຫ້ອງ​ການ​ສື່ມວ​ນ​ຊົນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໃນ​ບໍ​ລິ​ເວນ​ແຂວງ.

        ຢູ່​ແຂວງບາກ​ລຽວ, ບິ່​ງ​ເຢືອງ, ເຫ້ງອານ, ຢາ​ລາຍ, ໄຕ​ນິງ… ກ​ໍ​ຈັດ​ງານ​ພົບ​ປະ​ບັນ​ດາ​ຜູ້​ເປັນ​ນັກ​ຂ່າວ​ໃນ​ບໍ​ລິ​ເວນ​ແຂວງ​ເຊັ່ນ​ດ່ຽວ​ກັນ.

ຂ່າວ/ບົດ​ອື່ນ