ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 71 ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດ2/9ຢູ່ຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 71 ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດ2/9ຢູ່ຫວຽດນາມ - ảnh 1
ພາບປະກອບ
(vovworld) – ຕອນຄຳ່​ວັນ​ທີ 2/9, ຢູ່​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ​, ຄະນະ​ຈັດ​ຕັ້ງ​ບັນດາ​ວັນ​ບຸນ​ໃຫຍ່​ຂອງ​ນະ​ຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ລາຍ​ການສະ​ແດງ​ສິລະປະ​ພິ​ເສດ​ທີ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນນະຄອນ ​ແລະ ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ປະຊາຊົນ​ທຸກ​ຊັ້ນ​ຄົນ, ນະຄອນ​ໂຮ່ຈີ​ມິນ ກໍ່​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອ​ນ​ໄຫວ​ສະ​ແດງ​ສິລະ​ປະ​ທີ່​ອຸດົມ​ສົນ​ບູນຢູ່​ຖະໜົນ​ຍ່າງ ຫງວຽນ​ເຫ້ວ, ​ເຂດ​ອະນຸສາ​ວາລີ ຫງາ​ບາ​ຢ່ົ່ງ (​ເມືອງ ຮອກ​ມົນ), ​ເທດ​ສະບານ​ເມືອງ ​ເກີ່​ນ​ແທກ (​ເມືອງ​​ເກີນ​ເຢີ) ​ແລະ ສູນວັດທະນະທຳ, ກິລາກາຍຍະກຳ​ເມື​ອງ ບີ່​ງ​ແຈງ. ຮອດ​ເວລາ 21 ​ໂມງ ​ໄດ້​ຈັດ​ຕັ້ງ​ການ​ຍິງ​ບັ້ງ​​ໄຟ​ດອກ​ຢູ່ບໍລິ​ເວນ ອຸ​ໂມງ​ໃຕ້ດິນ ຖູ​ທຽ​ມ ​ແລະ ສວນສາທາລະນະ​ວັດທະນະທຳ ​ເດີ່ມ​ແຊນ.

        ​ແຕ່​ວັນ​ທີ 2 – 4/9, ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ຊົນ​ເຜົ່າ ຫວຽດນາມ, ທີ່​ດົ່ງ​ໂມ, ​ເ

ຊີນ​ໄຕ, ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ແດງສິລະ​ປະ​ຕ່າງໆຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເພື່ອ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນຊາດ (2/9). ​ເມື່ອ​ມາ​ຢ້ຽມຢາມ ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ຊົນ​ເຜົ່າ ຫວຽດນາມ, ປະຊາຊົນນະຄອນຫຼວງ ​ແລະ ​ແຂກ​ທ່ອງ​ທ່ຽວ​ໄດ້​ເຈື່ອຈານ​ເຂົ້າ​ກັບ​ວັດທະນະທຳ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ບັນດາ​ຊົນ​ເຜົ່າ​ເຂດຕາ​ເວັນ​ຕົກ​ພາກ​​ເໜືອ, ຕາ​ເວັນອອກ​ພາກ​ເໜືອ ດ້ວຍ​ຈຸດ​ພົ້ນ​ເດັ່ນ​ແມ່ນສີສັນ​ວັດທະນະທຳ​ຕະຫຼາດ​ເຂດ​ພູ​ສູງ​ທີ່​ມີ​ຫົວ​ຂໍ້: “​ເຊີນ​ລາ: ຕະຫຼາດນັດ​ຕ້ອນຮັບ​ວັນ​ບຸນ​ເອກະລາດ”.


ຂ່າວ/ບົດ​ອື່ນ