ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ99ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍຢູ່ຫວຽດນາມແລະໂລກ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ99ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍຢູ່ຫວຽດນາມແລະໂລກ - ảnh 1
(ຄະ​ນະ​ຜູ້​ແທນ​ນະ​ຄອນ​ຮ່າ​ໂນ້ຍ
ໄດ້​ໄປ​ວ​າງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ Vladimir I.Lenin)


(vovworld) - ​​​ ​​ ​ ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 99 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ​ລັດ​ເຊຍ​ (07/11/1917 – 07/11/2016), ຕອນ​ເຊົ້າ​ວັນ​ທີ 07/11, ຄະ​ນະ​ຜູ້​ແທນ​ນະ​ຄອນ​ຮ່າ​ໂນ້ຍ ໂດຍ​ທ່ານ ຫງວຽນ​ດຶກ​ຈູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ນ​ຳ​ໜ້າ ໄດ້​ໄປ​ວ​າງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ Vladimir I.Lenin ທີ່​ສວນ​ດອກ​ໄມ້ ຈີ​ລັງ, ເມືອງ​ບາ​ດິ່ງ, ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄປ​ປະ​ຈຳ​ປີ​ຂອງ​ນະ​ຄອນ​ຮ່າ​ໂນ​້ຍ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະ​ຫຼອງວັນ​ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ​ລັດ​ເຊຍ​ ເພື່ອ​ສະ​ແດງ​ຄວ​າມ​ຮູ້​ບຸນ​ຄຸນຢ່າງ​ເລິກ​ເຊິ່ງ​ຕໍ່ Vladimir I.Lenin, ຜູ້​ນຳ​ທີ່​ຍິ່ງ​ໃຫຍ່, ນັກ​ການ​ເມືອງ​ດີ​ເດັ່ນ, ເປັນ​ອາ​ຈານ​ຂອງ​​ຊົນ​ຊັ້ນ​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ​ທົ່ວ​ໂລກ ແລະ ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ​ລັດ​ເຊຍ ທີ່​ຍິ່ງ​ໃຫຍ່. ແລະ​ກ​ໍ​ໃນ​ຕ​ອນ​ເຊົ້​າ​ວັນ​ດຽວ​ກັນ, ໄວ​ໜຸ່ມ​ນະ​ຄອນ​ຫຼວງ, ບັນ​ດາ​ອົງ​ການ, ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນຂອງ​ນະ​ຄອນ​ຮ່າ​ໂນ້ຍ ກໍ​ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ Vladimir I.Lenin ເຊັ່ນ​ດຽວ​ກັນ.

        ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 99 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ​ລັດ​ເຊຍ​, ບັນ​ດາ​ໜັງ​ສື​ພິມ​ໃຫຍ່​ຂອງ​ຫວຽດ​ນາມ ສະ​ບັບ​ອອກວັນ​ທີ 07/11, ໄດ້​ມີ​ຂ່າວ, ບົດ​ກ່ຽວ​ກັບ​ເຫດ​ການ​ປະ​ຫວັດ​ສາດນີ້. ໜັງ​ສື​ພິມ ເຍີນ​ເຢີນ (ປະ​ຊາ​ຊົນ) ໄດ້​​ລົງ​ບົດ​ຂຽນຢືນ​ຢັນ​ຈະເດີນ​ຕາມ​ເສັ້ນ​ທາງ​ໂດຍ Lenin ຜູ້​ຍິ່ງ​ໃຫຍ່​ໄດ້​​ວາງ​ອອກ, ເສັ້ນ​ທາງ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ, ປະ​ຊາ​ຊົນ​ຫວຽດ​ນາມ ຍາ​ດ​ໄດ້​ໄຊ​ຊະ​ນະ​​​ຢ່າງໃຫຍ່ຫຼວງ. ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ (ສຽງຂອງກອງ​ທັບ​ປະ​ຊາ​ຊົນ) ໄດ້​​ມີບົດ​ຂ​ຽນ​ດ້ວຍ​ຫົວ​ຂໍ້​ວ່າ “ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ​ສືບ​ຕໍ່​ເຍືອງ​ທາງ​ໃຫ້​ພ​ວ​ກ​ເຮົາ​ກ້າວ​ໄປ”, ໂດຍ​ຊີ້​ແຈ້ງວ່າ ການ​ປະ​ຕິວັດ​ເດືອນ​ຕຸ​ລາ ໄດ້​ສ້າງ​ເງື່ອນ​ໄຂໃຫ້​ບັນ​ດາ​ຊາດ​​ທີ່ຖືກກົດ​ຂີ່​ຂູດ​ຮີດລຸກ​ຂຶ້ນ​ປົດ​ປ່ອຍ​​ຕົນ​ເອງ. ສ່ວນ​ໜັງ​ສື​ພິມ ​ໄຊ​ງ່ອນ​ຢາຍ​ຟ໋ອງ (ໄຊງ່ອນ​ບົດ​ປ່ອຍ) ໄດ​້​​ມີບົດ​ຂຽນດ້ວຍ​ຫົວ​ຂໍ້ “​ຍາ​ມ​ໃດການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ​ກໍ່​ເຍືອງ​ທາງ​ໃຫ້​ການ​ປະ​ຕິ​ວັດ​ຫວຽດ​ນາມ ຕະ​ຫຼອດ​ໄປ”. ບົດ​ຂຽນ​​ຢືນ​ຢັນ​ວ່າ, ເກືອບ 1 ທົດ​ສະ​ວັດ​ໄດ້​ຜ່ານ​ໄປ​ແລ້ວ, ແຕ່​ຄວາມ​ໝາຍ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ ຍັງ​ຄົງ​ຮັກ​ສາ​ຄຸນ​ຄ່າ​ເດີມ​ສຳ​ລັບ​​ຊົນ​ຊັ້ນ​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ການ​ປະ​ຕິ​ວັດ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ