ການເຄື່ອນໄຫວທຳອິດຂອງການນຳສປປ.ເກົາຫຼີ ເນື່ອງໃນໂອກາດຕົ້ນປີໃໝ່

(VOVWORLD) -ການນຳສປປ.ເກົາຫຼີ ໄດ້ໄປໄວ້ອາໄລຢູ່ສຸສານ Kumsusan. ທ່ານ Kim Jong un ໄດ້ສະແດງຄວາມເຄົາລົບນັບຖືຢູ່ສຸສານ Kumsusan, ເຊິ່ງແມ່ນບ່ອນຝັງສົບຂອງການນຳສປປ.ເກົາຫຼີ 2 ທ່ານແມ່ນ Kim il Sung ແລະ Kim Jong il.

ການເຄື່ອນໄຫວທຳອິດຂອງການນຳສປປ.ເກົາຫຼີ ເນື່ອງໃນໂອກາດຕົ້ນປີໃໝ່ - ảnh 1 ທ່ານ Kim Jong un ໄດ້ສະແດງຄວາມເຄົາລົບນັບຖືຢູ່ສຸສານ Kumsusan

(ພາບ: KCNA)

ວັນທີ 02 ມັງກອນ, ສຳນັກຂ່າວສານ Yonhap ໄດ້ຄັດສະເໜີຈາກສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໂດຍໃຫ້ຮູ້ວ່າ, ການນຳສປປ.ເກົາຫຼີ ໄດ້ໄປໄວ້ອາໄລຢູ່ສຸສານ Kumsusan. ທ່ານ Kim Jong un ໄດ້ສະແດງຄວາມເຄົາລົບນັບຖືຢູ່ສຸສານ Kumsusan, ເຊິ່ງແມ່ນບ່ອນຝັງສົບຂອງການນຳສປປ.ເກົາຫຼີ 2 ທ່ານແມ່ນ Kim il Sung ແລະ Kim Jong il.

          ການເຄື່ອນໄຫວດັ່ງກ່າວຖືກດຳເນີນໄປພາຍຫຼັງທີ່ການນຳສປປ.ເກົາຫຼີ Kin Jong un ກ່າວເຕືອນຈະມີການກະທຳນາບຂູ່ວ່າ ຈະສະແດງ “ອາວຸດຍຸດທະສາດປະເພດໃໝ່” ໃນໄລຍະອັນໃກ້ໆນີ້ ຢູ່ກອງປະຊຸມຄົບຄະນະ ຄະນະກຳມະການສູນກາງພັກແຮງງານສປປ.ເກົາຫຼີ ເຊິ່ງໄດ້ດຳເນີນເປັນເວລາ 4 ວັນສຸດທ້າຍຂອງປີ 2019. ເຖິງວ່າໄດ້ຍົກອອກບັນດາຄຳກ່າວເຕືອນຄືແນວນັ້ນກໍ່ຕາມ, ແຕ່ວ່າ ການນຳສປປ.ເກົາຫຼີ ຍັງຊັ່ງຊາຕໍ່ການເຈລະຈາ, ເມື່ອຖະແຫຼງເລື່ອງສປປ.ເກົາຫຼີ ສົມທົບກັນເພື່ອສະກັດກັ້ນນິວເຄຼຍ ຍັງອີງໃສ່ທ່າທີ່ຂອງອາເມລິກາ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ