ການເຄື່ອນໄຫວມີຄວາມໝາຍ, ແທດຈິງຫຼາຍຢ່າງສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

ການເຄື່ອນໄຫວມີຄວາມໝາຍ, ແທດຈິງຫຼາຍຢ່າງສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 19/5, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິ​ນ (19/5/1890 – 19/5/2013) ຢ່າງ​ສົມ​ກຽດ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​​ແບບຢ່າງ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຸນສົມບັດ​ປະທານ ​ໂຮ່ຈີມິນ. ອ່ານ​ສູນ​ທອນ​ພົດ​ນະ​ພິທີ, ທ່ານ ຫງວຽນ​ວັນ​ດົວ, ຮອງ​ເລຂາ​ຜູ້​ປະຈຳການ​ອົງຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ຕາງໜ້າ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ​ແລະ ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ:

“ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ນະຄອນ​ທີ່ໃສ່​ຊື່​ປະທານ ​ໂຮ່ຈີ​ມິນ ໝັ້ນ​ໝາຍ​ຈະເດີນ​ຕາມ​​ເສັ້ນທາງ​ຂອງ​ປະທານ ​ໂຮ່ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ຕະຫຼອດ​ໄປ. ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະ​ຄອນ ຕັດສິນ​ໃຈ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ສາມັກຄີ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ຢືດໝັ້ນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ມານະ​ພະຍາຍາມ​ສູ້​ຊົນ, ​ເປັນ​ເຈົ້າ​ການ​ໃນ​ການ​ກຳ​ແໜ້ນ​ກາ​ລະ​ໂອກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຕ່າງໆ.​.​.​ ສ້າງສະພາບ​ແວດລ້ອມ​ວັດທະນະທຳ​ປອດ​ໃສ, ຍົກ​ສູງ​ຊີວິດ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ນະຄອນ ​ໂຮ່ຈີ​ມິນ ສີວິ​ໄລ, ທັນ​ສະ​ໄໝ”

ການເຄື່ອນໄຫວມີຄວາມໝາຍ, ແທດຈິງຫຼາຍຢ່າງສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 2

ພາບປະກອບ

​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ຄະນະ​ຜູ້​ແທນ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ ປະທານ ​ໂຮ່ຈີ​ມິນ ຢູ່ ຫໍພິພິທະ​ພັນ ​ໂຮ່ຈີ​ມິນ, ນະ​ຄອນ ​ໂຮ່ຈີ​ມິນ. ຢູ່ ນະ​ຄອນຫຼວງ ຮ່າ​ໂນ້ຍ, ປະຊາຊົນ​ນັບ​ໝື່ນໆ​ເທື່ອ​ຄົນ​ທີ່​ມາ​ຈາກ​ທຸກ​​ແຖບ​ຖິ່ນ​ຂອງປະ​ເທດຊາດ​ໄດ້​ເຂົ້າ​ສຸສານ​​ໄຫວ້​ອາ​ໄລ ປະທານ ​ໂຮ່ຈີ​ມິນ.

    ຢູ່​ຮ່າ​ໂນ້ຍ, ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົ​ມສົນທະນາ​ສະ​ຫງວນ​ໃຫ້​​ແກ່​ນັກ​ສຶກສາ ດ້ວຍ​ຫົວ​ຂໍ້​ວ່າ “ລຸງ​ໂຮ່ ກັບ​​ປັນຍາ​ຊົນ​ໜຸ່ມ ​ໃນ​ຂະ​ບວນການ​ປົດ​ປ່ອຍ​ຊາດ”.

    ວັນ​ທີ 19/5, ຢູ່​ຕາ​ແສງ ກີ​ມລຽນ, ​ເມືອງ ນາມ​ດ່ານ, ​ແຂວງ ​ເຫ​ງ້ອານ​ - ​ເຊິ່ງ​ແມ່ນ​ບ້ານ​ເກີດ​ເມືອງນອນ​ຂອງ​ປະທານ ​ໂຮ່ຈີ​ມິນ, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ, ສະມາຄົມ​ທ່ານໝໍ​ໜຸ່ມ ຫວຽດນາມ ​ແລະ ​ແຂວງ ​ເຫ​ງ້ອານ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ວັນ​ບຸ​ນ​ເມດ​ຕາ​ເພື່ອ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ ປີ 2013.

    ​ໃນ​ຂອບ​ເຂດການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ, ວັນ​ທີ 18/5, ຢູ່ພູ ​ເກີ໋ມ,  ນະຄອນ ຕາມ​ກີ່, ​ແຂວງ ກ໋ວາງ​ນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕັ້ງ​ແຜ່ນ​ສີ​ລາ​ທຳ​ອິດ​ເພື່ອ​ກໍ່ສ້າງ​ອະນຸສາ​ວະລີ​ແມ່ຫວຽດນາມ ວິລະ​ຊົນ.

​    ​ແລະ​ກໍ່​ເນື່ອງ​ໃນ​​ໂອກາດ​ນີ້, ພິ​ເສດ​ແມ່ນ​ມຸ້ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 90 ປີ​​ແຫ່ງ​ການປະທານ ​ໂຮ່ຈີ​ມິນ ​ໄປ​ໂຊ​ວຽດ ​(30/6/1923), ​ໃນ​ການ​ແລກປ່ຽນ​ກັບ​ນັກ​ຂ່າວ VOV ປະຈຳ​ສະຫະພັນ ລັດ​ເຊຍ, ນັກຫວຽດນາມ ວິທະຍາ ທ່ານ Evgheni Kobelev ​ຫວນ​ຄືນ​ວ່າ:

“​​ຍາມ​ໃດ​ປະທານ ​ໂຮ່ຈີ​ມິນ ກໍ່​ມີ​ຄວາມ​ຕັດສິນ​ໃຈ​ຕ້ອງ​ເຮັດ​ຄືແນວ​ໃດ​ເພື່ອ​ປົດ​ປ່ອຍ​ປະ​ເທດຊາດ. ​ເມື່ອ​ເພີ່ນ​ມາ ​ມົດດສະ​ກູ, ພິ​ເສດ​ແມ່ນ​ເມື່ອ​ເຮັດ​ວຽກ​ກັບ​ພັກກອມ​ມູນິດ​ສາກົນ ​ແລະ ຮຳ່ຮຽນ​ຢູ່​ມະຫາວິທະຍາ​ໄລ ​ຕາ​ເວັນ​ອອກ ​ເພີ່ນ​ໄດ້ຮຳ່ຮຽນ​ເອົາ​ບົດຮຽນ​ຢ່າງ​ຄົບ​ຖ້ວນ​ເພື່ອ​ສາມາດປົດ​ປ່ອຍ​ຊາດ​ຕົນ ​ແລະ ປີ 1930 ​​ເພີ່ນໄດ້​ກໍ່ຕັ້ງ​ພັກກອມ​ມູນິດ ​ອີນດູ​ຈີນ ”

    ກໍ່​ເນື່ອງ​ໃນ​ໂອກາດ​ນີ້, ປະ​ຊາ​ຄົມ​ຊາວ ຫວຽດນາມ ຢູ່​ບັນດາ​ປະ​ເທດ​ຄື: ອັງກິດ, ສປປ ລາວ, ຈີນ ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້.

 

ຂ່າວ/ບົດ​ອື່ນ