ການເຄື່ອນໄຫວສະເຫຼີມ ສະຫຼອງວັນອາຊຽນ ຢູ່ ການາດາ

ການເຄື່ອນໄຫວສະເຫຼີມ ສະຫຼອງວັນອາຊຽນ ຢູ່ ການາດາ - ảnh 1
ຜູ້ແທນເຂົ້າຮ່ວມການສະ​ເຫຼີມສະຫຼອງ​ວັນ​ອາ​ຊຽນ ຢູ່​ນະຄອນ ໂອ​ຕາ​ວາ
(ພາບ: vietnamplus.vn)


(vovworld) - ວັນ​ທີ 13 ສິງຫາ, ຄະນະ​ກຳ​ມະຫານສະຫະ​ສະມາຄົມ​ບັນ​ດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຢູ່ ​ໂອ​ຕາ​ວາ, ປະ​ເທດ ກາ​ນາ​ດາ, ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີມສະຫຼອງ​ວັນ​ອາ​ຊຽນ ຢູ່​ນະຄອນ ໂອ​ຕາ​ວາ. ​ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ​ມຽນມາ ປະຈຳ ກາ​ນາ​ດາ Hau Do Suan, ປະ​ທານຄະນະ​ກຳມະການສະຫະ​ສະມາຄົມອາ​ຊຽນ ຢູ່ ໂອ​ຕາ​ວາ ​ເນັ້ນ​ໜັກ​​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ​ວັນ​ອາ​ຊຽນ ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ນັກ​ການ​ເມືອງ ​ແລະ ປະຊາ​ຄ​ົມ ກ່ຽວ​ກັບ​ອາ​ຊຽນທີ່ “ຮ່ວມ​ວິ​ໄສ​ທັດ, ສີສັນ, ປະຊາ​ຄ​ົມໜຶ່ງ”, ​ແມ່ນ​ປັດ​ໃຈ​ສຳຄັນ​ໃນ​ບັນດາ​ຂອບ​ເຂດ​ຮ່ວມ​ມື​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ ​​ແລະ ວັດທະ​ນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ John Baird ກໍ່​ເ​ນັ້ນ​ໜັກ​ວ່າ ປະ​ຈຸ​ບັນ ອາ​ຊຽນ ​ແມ່ນ​ໜຶ່ງ​ໃນ​ບຸລິມະສິດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ກາ​ນາ​ດາ, ບໍ່​ ສະ​ເພາະ​ແຕ່​ບັນດາ​ການ​ເຄື່ອ​ນ​ໄຫວ​ດ້ານ​ການ​ທູດ, ການ​ຄ້າ, ​ເສດຖະກິດ ​ເທົ່າ​ນັ້ນ ຫາກ​ຍັງ​ທັງ​ດ້ານ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ສຶກສາ​ອີກ​ດ້ວຍ. ທ່ານ Baird ​ໃຫ້​ຮູ້​ວ່າ, ທ່ານ​ລັດຖະມົນ​ຕີ​ການ​ຄ້າ​ສາກົນ​ກາ​ນາ​ດາ Ed Fast ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ຢູ່ ບຣຸ​ໄນ ​ໃນ​ວັນ​ທີ 20 – 21 ສິງຫາ, ​ເພື່ອ​ພົບ​ປະ ​ແລະ ປຶກສາ​ຫາລື​ກັບ​ທຸກ​ຄູ່​ຮ່ວມ​ມື ກໍ​ຄື​ບັນດາ​ສະມາຊິກ​ຂອງ​ສະພາ​ດຳ​ເນີນ​ທຸລະ​ກິດ​ກາ​ນາ​ດາ - ອາ​ຊຽນ ​ແລະ ກອງ​ປະຊຸມ​ກ່ຽວ​ກັບ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຂອງ​ອາ​ຊຽນ ​ເຊິ່ງຈະ​ດຳ​ເນີນ​ໄປ​ຢູ່​ນອກ​ກອງ​ປະຊຸມ​ດັ່ງ​ກ່າວ.
ຂ່າວ/ບົດ​ອື່ນ