ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນຊາດ2/9ຢູ່ລັດເຊຍ ແລະ ຢູແກຼນ

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນຊາດ2/9ຢູ່ລັດເຊຍ ແລະ ຢູແກຼນ - ảnh 1
(ພາບປະກອບ)

(vovworld) - ​ ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນຊາດ 2/9, ສູນ​ຄົ້ນ​ຄ້ວາ​ຫວຽດນາມ ​ແລະ ອາ​ຊຽນ, ສັງກັດ​ສະຖາບັນ​ຕາ​ເວັນ​ອອກ​ໄກ - ສະ​ຖາ​ບັນ​ມະຫາບັນດິດ​ວິທະຍາສາດ​ລັດ​ເຊຍ ​ໄດ້​ພິມ​ຈຳໜ່າຍ​ປຶ້ມວິທະຍາສາດ​ຫົວ​ໃໝ່, ນັ້ນ​ແມ່ນ​ປຶ້ມ​ຄົ້ນ​ຄ້ວາ “ຫວຽດນາມ ​ໃນ​ປະຈຸ​ບັນ“ ປຶ້ມ​ຫົວ​ນີ້​ໜາ​ກວ່າ 350 ໜ້າ, ​ໃນ​ແຕ່​ລະ​ຫົວ​ຂໍ້, ບັນດາ​ຜູ້​ຂຽນ ​ໄດ້​ລວບ​ລວມ ​ແລະ ​ເພີ່ມ​ເຕີມ​ບັນດາ​ກິດຈະ​ກຳຄົ້ນ​ຄ້ວາ​ໃໝ່​ສຸດ ທີ່​ສ່ອງ​ແສງ​ບັນດາ​ຜົນງານ ກໍ່​ຄື​ບັນດາ​ບັນຫາ​ທີ່​ພວມ​ດຳ​ເນີນ​ຢູ່​ຫວຽດນາມ​ ​ໃນ​ປະຈຸ​ບັນ.

        ​ໃນ​ຂະນະ​ນັ້ນ, ສະຖານທູດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ຢູ​ແກຼນ ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫຼາຍ​ຢ່າງ​ເພື່ອ​ທົບ​ທວນຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະ​ເທດ​ຊາດ, ກໍ່​ຄື​ຂອງ​ບັນດາ​ຂະ​ແໜງ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ. ຢູ່​ນະຄອນ​ທ່າ Odessa, ສະຖານທູດ​ຫວຽດນາມ​ ປະຈຳ ຢູ​ແກຼນ ສົມທົບ​ກັບ​ບັນດາ​ສະມາຄົມ​ຊາວ​ຫວຽດນາມ​ ຢູ່ ຢູ​ແກຼນ ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ, ​ແຂ່ງຂັນ​ກິລາ, ສະ​ແດງ​ສິລະ​ປະ​ເພື່ອ​ຊົມ​ເຊີຍ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ 2/9.

ຂ່າວ/ບົດ​ອື່ນ