ການເຈລະຈາຊຸກຍູ້ຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ຫວຽດນາມ

ການເຈລະຈາຊຸກຍູ້ຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ: molisa.gov.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 22/11, ຢູ່​ຮ່າ​ໂນ້ຍ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​-ຊ​າຍ ແລະ ມອບ​ສິດ​ໃຫ້​ແມ່​ຍິງ (UN Women) ປະ​ຈຳ​ຫວຽດ​ນາມ, ​ຈັດຕັ້ງ​ການ​ເຈ​ລະ​ຈ​າກ່ຽວ​ກັບ “ສົນ​ທິ​ສັນ​ຍາ​ຂອງ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງທຸກ​ຮູບ​ການ​ຈຳ​ແນກ​​ການປະ​ພຶດ​ສຳ​ລັບ​ແມ່​ຍິງ” (CEDAW) ລະ​ຫວ່າງ​​ຊາວ​ໜຸ່ມ, ລັດ​ຖະ​ບານ ແລະ ບັນ​ດາ​ຄູ່​ຮ່ວມ​ມື. ທີ່​ການ​ເຈ​ລະ​ຈາ, ທ່ານ​ນາງ Shoko Ishikawa, ຫົວ​ໜ້າ​ຜູ້​ຕາງ​ໜ້າ UN Women ປະ​ຈຳ​ຫວຽດ​ນາມ ຢືນ​ຢັນ​ວ່າ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ CEDAW ຢ່າງ​ຕັ້ງ​ໜ້າ ແລະ ສົມ​ທົບ​ກັບ UN Women ​ເປັນ​ຢ່າງ​ດີໃນ​ວິ​ວັດ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ, ປົກ​ປ້ອງ​ສິດຂອງ​ແມ່​ຍິງ ແລະ ເດັກ​ຍິງ. ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ ຫວຽດ​ນາມ ປະ​ຕິ​ບັດ CEDAW, ທ່ານ​ນາງ ຮ່​ວາງ​ທິ​​ທູຮ່​ວຽນ, ຮອງຫົວ​ໜ້າ​ກົມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ຕັ້ງ​ໜ້າ​ສ້າງ​ແຜນ​ການ​​ດຳ​ເນີນ​ງານ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​​ສະ​ເໜີ​ແນະ​ຂອງ​ຄະ​ນະ​ກຳ​ມະ​ການ CEDAW. ພາຍ​ຫຼັງ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ເຊັ່ນອະ​ນຸ​ມັດ​, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຈະ​ປະ​ກາດ​ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ​ແຜນ​ການ​ກະ​ທຳ ເພື່ອ​ໃຫ້​ບັນ​ດາ​ກະ​ຊວງ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ປະ​ຕິ​ບັດ.

ຂ່າວ/ບົດ​ອື່ນ