ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020: ຜູ້​ສະ​ໝັກ​ເລືອກ​ຕັ້ງ 2 ທ່ານ​ເພີ່ມ​ຄວາມ​ໄວ​ໃນ​ການ​ແຂ່ງ​ຂັນ ​ເລືອກ​ຕັ້ງ

(VOVWORLD) -ໃນ 2 ມື້ສຸດທ້າຍ ກ່ອນທີ່ຈະເຂົ້າຮ່ວມການເລືອກຕັ້ງ ປະທານາທິບໍດີ ທີ່ຈະດຳເນີນໃນວັນທີ 3 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນບັ້ນຫາສຽງເລືອກຕັ້ງ 10 ຄັ້ງ ໃນຂະນະທີ່ ທ່ານ Joe Biden ຜູ້ສະໝັກເລືອກຕັ້ງຂອງ ພັກປະຊາທິປະໄຕ ໄດ້ສຸມໃສ່ເຂົ້າລັດ Pennsylvania.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020: ຜູ້​ສະ​ໝັກ​ເລືອກ​ຕັ້ງ 2 ທ່ານ​ເພີ່ມ​ຄວາມ​ໄວ​ໃນ​ການ​ແຂ່ງ​ຂັນ ​ເລືອກ​ຕັ້ງ - ảnh 1 ປະທານາທິບໍດີ ອາເມລິກາ Donald trump ຂົນຂວາຍຫາສຽງເລືອກຕັ້ງ ຢູ່ Green Bay, ລັດ Wisconsin ວັນທີ 30 ຕຸລາ 2020 (ພາບ: USA TODAY/TTXVN)

ແຈ້ງການໃນວັນທີ 2 ພະຈິກໃຫ້ຮູ້ວ່າ: ທ່ານ Donald Trump ໄດ້ປະຕິບັດ ບັ້ນຫາສຽງເລືອກຕັ້ງ 5 ຄັ້ງ ຢູ່ 5 ລັດທີ່ແຕກຕ່າງກັນໃນວັນອາທິດ ຄື: Macomb County (ລັດ Michigan), Dubuque (ລັດ Iowa), Hickory (ລັດ North Carolina), Rome (ລັດ Georgia) ແລະ Opa-locka (ລັດ Florida). ທ່ານ Mike Pence ຜູ້ສະໝັກເລືອກຕັ້ງ ຕຳແໜ່ງຮອງປະທານາທິບໍດີ ອາເມລິກາ ໄດ້ດຳເນີນບັ້ນຫາສຽງເລືອກຕັ້ງຢູ່ North Carolina  ເປັນເວລາ 2 ມື້ຢ່າງລຽນຕິດ, ເຊິ່ງເປັນບ່ອນທີ່ທ່ານໄດ້ເຂົ້າຮ່ວມພິທີໜຶ່ງຢູ່ໂບດ ພ້ອມກັບຄຸນພໍ່ Franklin Graham ຢູ່ Boone ໃນວັນອາທິດ.

ສ່ວນທ່ານ Joe Biden ໄດ້ຜັນຂະຫຍາຍບັ້ນຫາສຽງເລືອກຕັ້ງ ຢູ່ Pennsylvania. ຕາມແຜນການແລ້ວ, ຜູ້ສະໝັກເລືອກຕັ້ງ ຂອງພັກປະຊາທິປະໄຕຈະມີບັນດາບົດກ່າວປາໄສຫາສຽງເລືອກຕັ້ງ ຢູ່ Philadelphia. ສ່ວນຜູ້ສະໝັກເລືອກຕັ້ງຮອງປະທານາທິບໍດີ Kamala Harris ໄດ້ດຳເນີນບັນດາບັ້ນຫາສຽງເລືອກຕັ້ງ ຢູ່ Gwinnett (ລັດ Georgia) ແລະ Fayetteville ( ລັດ North Carolina) ໃນວັນທີ 2 ພະຈິກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ