ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

(VOVWORLD) - ທ່ານເອກອັກຄະລັດຖະທູດ ສະແດງຄວາມປະທັບໃຈຕໍ່ວິວັດການກະກຽມການເລືອກຕັ້ງຢ່າງພິຖິພິຖັນ, ພິເສດແມ່ນການເອົາຄຳເຫັນຂອງປະຊາຊົນຢ່າງກວ້າງຂວາງ ແລະ ວຽກງານພະນັງງານຢ່າງແໜ້ນແຟ້ນ. 
ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ - ảnh 1ທ່ານ Rogelio Polanco Fuentes ເອກອັກະຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ກຸຍບາປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ (ພາບ: TTXVN)

ການເລືອກຕັ້ງສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຈະໄດ້ດຳເນີນໃນວັນທີ 15 ມີນາ ຈະມາເຖິງ ແມ່ນບາດກ້າວຫຼັກແຫຼ່ງເພື່ອແນໃສ່ຫັນບັນດາເປົ້າໝາຍຍຸດທະສາດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃຫ້ປະກົດຜົນເປັນຈິງ, ນຳຫວຽດນາມ ກ້າວເຂົ້າສັງກາດພັດທະນາໃໝ່ຢ່າງໝັ້ນແກ່ນ. ນີ້ແມ່ນການຢັ້ງຢືນຂອງທ່ານ Rogelio Polanco Fuentes ເອກອັກະຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ກຸຍບາປະຈຳ ຫວຽດນາມ ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ຕໍ່ກັບເຫດການການເມືອງທີ່ສຳຄັນຍິ່ງຂອງ ຫວຽດນາມ ທີ່ຈະດຳເນີນໃນທ້າຍອາທິດນີ້.

ທ່ານເອກອັກຄະລັດຖະທູດ ສະແດງຄວາມປະທັບໃຈຕໍ່ວິວັດການກະກຽມການເລືອກຕັ້ງຢ່າງພິຖິພິຖັນ, ພິເສດແມ່ນການເອົາຄຳເຫັນຂອງປະຊາຊົນຢ່າງກວ້າງຂວາງ ແລະ ວຽກງານພະນັງງານຢ່າງແໜ້ນແຟ້ນ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ການເລືອກຕັ້ງຈະມາເຖິງແມ່ນບາດກ້າວຕັດສິນເພື່ອປັບປຸງລະບົບການເມືອງປະຊາທິປະໄຕ ແລະ ຍົກສູງຄວາມສາມາດນຳພາໃນໄລຍະໃໝ່.

ທ່ານເອກອັກຄະລັດຖະທູດ ມີຄວາມຫວັງວ່າ ພາຍຫຼັງບັນດາອົງການໂດຍປະຊາຊົນເລືອກຕັ້ງໄດ້ສ້າງຕັ້ງ, ສະພາແຫ່ງຊາດຊຸດທີ XVI ຈະສວມບົດບາດເປັນໃຈກາງໃນການຜັນຂະຫຍາຍ 3 ບາດກ້າວບຸກທະລຸຍຸດທະສາດເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ວາງອອກ.


ຕອບກັບ

ຂ່າວ/ບົດ​ອື່ນ