ການໂອ້ລົມສົນທະນາທະເລຄັ້ງທີ 7 (7th Ocean Dialogue)

(VOVWORLD) -ບັນດາຜູ້ແທນລ້ວນແຕ່ເນັ້ນໜັກຢ່າງແຮງເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແມ່ນພື້ນຖານສຳຄັນໃຫ້ແກ່ການຄຸ້ມຄອງມະຫາສະໝຸດ
ການໂອ້ລົມສົນທະນາທະເລຄັ້ງທີ 7 (7th Ocean Dialogue) - ảnh 1ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ
(ພາບກະຊວງການຕ່າງປະເທດ)

ວັນທີ 19 ສິງຫາ, ສະຖາບັນການຕ່່າງປະເທດ ຫວຽດນາມ ໄດ້ສົມທົບກັບສະຖານທູດ ອັງກິດ ແລະ ກອງທຶນ Kondras Adenauer Stiftung (KAS) ເຢຍລະມັນ ປະຈຳ ຮ່າໂນ້ຍ ຈັດການໂອ້ລົມສົນທະນາທະເລຄັ້ງທີ 7 ທາງອອນລາຍ ດ້ວຍຫົວຂໍ້ວ່າ “ຕີລາຄາບັນດາບັນຫາທະເລທີ່ພວມພົ້ນເດັ່ນຂຶ້ນ ຈາກແງ່ມູນກົດໝາຍສາກົນ”. ການໂອ້ລົມທົນທະນາໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 250 ທ່ານເຊິ່ງແມ່ນຜູ້ແທນຂອງບັນດານັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນລ້ວນແຕ່ເນັ້ນໜັກຢ່າງແຮງເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແມ່ນພື້ນຖານສຳຄັນໃຫ້ແກ່ການຄຸ້ມຄອງມະຫາສະໝຸດ, ຢືນຢືນຄວາມປອດໄພ ແລະ ຄວາມເສລີຂອງບັນດາສາຍການຄ້າທາງທະເລແມ່ນຜົນປະໂຫຍດສຳຄັນ.

ບັນດາຮັກຮຽນຮູ້ໄດ້ຍົກອອກບັນດາຄວາມວິຕົກກັງວົນຕໍ່ບັນດາຄຳຮຽກສິດເຂດທະເລເກີດຄວນ, ໄປຝືນກັບ UNCLOS 1982 ແລະ ຄຳຕັດສິນຂອງສານໃນເຫດຮ້ອງຟ້ອງທະເລຕາເວັນອອກ, ນາບຂູ່ເຖິງການຈຳກັດຄວາມເສລີໃນການໄປມາຢູ່ເຂດທະເລນີ້. ບັນດານັກຮຽນຮູ້ສະເໜີຄວນສືບຕໍ່ຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍທາງທະເລຢູ່ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ແລະ ອາຊຽນ  ຄວນສ້າງຕັ້ງທັດສະນະລວມກ່ຽວກັບສິດໄປມາທາງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ