ການໃຊ້ຄວາມຮຸນແຮງຢູ່ນະຄອນຫຼວງແບກແດດ ຂອງອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ

ການໃຊ້ຄວາມຮຸນແຮງຢູ່ນະຄອນຫຼວງແບກແດດ ຂອງອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1

ສະພາບ​ການໃຊ້​ຄວາມ​ຮຸນ​ແຮງ​ຢູ່​​ອີຣັກ

​​(ພາບ:baotintuc.vn)

( vovworld ) – ວັນ​ທີ 26/8, ນະຄອນຫຼວງແບກ​ແດດ​ ຂອງ​ອີຣັກ ຖືກ​ສັ່ນ​ສະ​ເທືອ​ນຍ້ອນ​​ເກີດ​ການ​ບຸກ​ໂຈມຕີຫຼາຍຄັ້ງ ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 10 ຄົນ​ເສຍ​ຊີ​ວິດ, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ອີຣັກ. ​ແຫຼ່ງຂ່າວ​ຈາກ​ກະຊວງ​ພາຍ​ໃນ​ອີຣັກ ​ໃຫ້​ຮູ້​ວ່າ, ບັນ​ດາມື​ປືນ​ໄດ້​ບຸກ​ໂຈມ​ຕີ​ປ້ອມ​ກວດກາ​ຄວາມ​ສະຫງົບ​ຢູ່​ທາງ​ທິດຕາ​ເວັນ​ອອກ​ແບກ​ແດດ ​ແລະ ​ເຂັ່ນຂ້າພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ 3 ຄົນ. ​ໃນ​ການ​ບຸກ​ໂຈມ​ຕີຄັ້ງອື່ນ​ຢູ່​ເຂດ​ຊານ​ນະຄອນ​ທາງ​ທິດ​ເໜືອ​ອີຣັກ, ຕຳຫຼວດ 2 ຄົນ​ຖືກ​ຍິງ​ຕາຍ. ​ໃນ​ຂະນະ​ນັ້ນ, ​ເຫດການ​ວາງ​ລະ​ເບີດ 2 ຄັ້ງ​ໃນ​ຖະໜົນ​ຢູ່​ທິດຕາ​ເວັນ​ຕົກ​ນະຄ​ອນຫຼວງ​ແບກ​ແດດ​ ຂອງ ອີຣັກ ​ແນ່​ໃສ່​​ກຳລັງປ້ອງ​ກັນ​ຄວາມ​ສະຫງົບທີ່ພວມ​ລາດ​ຕາ​ເວັນ ​ເຮັດ​ໃຫ້​ນັກຮົ​ບ 3 ຄົນ​ເສຍ​ຊີວິດ. ເກືອບ​ຄື​ວ່າ ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​​ເກີດ​ຂຶ້ນ​ປະຈຳ​ວັນ​ຢູ່ອີຣັກ ດ້ວຍ​ຈຸດໝາຍ​ບຸກ​​ໂຈມຕີ​ກຳ​ລັງປ້ອງ​ກັນ​ຄວາມ​ສະຫງົບ​ເປັນຕົ້ນ.

 

 

 

 

ຂ່າວ/ບົດ​ອື່ນ