ກຳ​ປັ່ນ​ການ​ຄ້າ​ຖືກ​ບຸກ​ໂຈມ​ຕີ ຢູ່ນອກ​ທະ​ເລ ອິນ​ເດຍ

(VOVWORLD) - ກຳປັ່ນຂົນສົ່ງທາດເຄມີ, ມີທຸງຊາດ Liberia, ທີ່ກ່ຽວຂ້ອງເຖິງ ອິດສະລາແອັນ ຖືກບຸກໂຈມຕີ ດ້ວຍວັດຖຸບິນ ບໍ່ມີຄົນຂັບ ໃນຂະນະທີ່ພວມດຳທາງຈາກ ອາຣັບບິ ຊາອຸດິ ໄປຍັງ ອິນເດຍ, ໃນວັນທີ 23 ທັນວາ.
ກຳ​ປັ່ນ​ການ​ຄ້າ​ຖືກ​ບຸກ​ໂຈມ​ຕີ ຢູ່ນອກ​ທະ​ເລ ອິນ​ເດຍ - ảnh 1ພາບປະກອບ: AFP/TTXVN

ເຫດບຸກໂຈມຕີ ໄດ້ເກີດຂຶ້ນ ເມື່ອກຳປັ່ນນີ້ ຫ່າງຈາກນະຄອນ Veraval (ອິນເດຍ) 200 ໄມ້ທະເລ ໄປທາງທິດຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ເຮັດໃຫ້ໂຄງປະກອບຂອງກຳປັ່ນຖືກເປເພສ່ວນໜຶ່ງ.

ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຫດການ, ກອງທັບເຮືອອິນເດຍ ໄດ້ຜັນຂະຫຍາຍເຮືອບິນຢູ່ເທິງກຳປັ່ນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກຳປັ່ນ ແລະ ກອງທະຫານເຮືອ. ກຳປັ່ນສູ້ຮົບຂອງກອງທັບເຮືອ ອິນເດຍ ກໍ່ໄດ້ຜັນຂະຫຍາຍເພື່ອໜູນຊ່ວຍເມື່ອຈຳເປັນ.

ປັດຈຸບັນ, ຍັງບໍ່ມີກຸ່ມ ຫຼື ອົງການໃດກ່າວຮັບຜິດຊອບວ່າໄດ້ປະຕິບັດເຫດບຸກໂຈມຕີດັ່ງກ່າວ. ເຫດການໄດ້ເກີດຂຶ້ນໃນສະພາບການທີ່ກຳລັງ Houthi ຢູ່ ເຢແມນ ຍອມຮັບດຳເນີນບັນດາເຫດບຸກໂຈມຕີດ້ວຍລູກສອນໄຟ ແລະ ວັດຖຸບິນບໍ່ມີຄົນຂັບ ເລັ່ງໃສ່ບັນດາກຳປັ່ນເດີນທາງໃນທາງທະເລທີ່ສຳຄັນຢູ່ທະເລແດງ, ພາຍຫຼັງການປະທະກັນລະຫວ່າງ ອິດສະລາແອັນ ແລະ ຂະບວນການມຸດສະລິມ ຮາມາດ ທີ່ໄດ້ເກີດຂຶ້ນໃນວັນທີ 7 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ