ກຳປັ່ນຂອງໄຕ້ຫວັນ(ປະເທດຈີນ)ຫາຍສາບສູນໃນມະຫາສະໝຸດອັກລັງຕິກ

ກຳປັ່ນຂອງໄຕ້ຫວັນ(ປະເທດຈີນ)ຫາຍສາບສູນໃນມະຫາສະໝຸດອັກລັງຕິກ - ảnh 1
ກຳ​ປັ່ນ Hsiang Fu Chun
(ພາບ: China.org)

(vovworld) – ວັນ​ທີ 8/3, ເຈົ້າ​ໜ້າ​ທີ່ ໄຕ້​ຫວັນ (ປະ​ເທດ​ຈີນ) ໄດ​້​ຮັບ​ຮູ້​ວ່າ: ກຳ​ປັ່ນ ຂອງ ໄຕ້​ຫວັນ ພ້ອມ​ກັບ​ສະ​ມາ​ຊິກ 49 ຄົນ, ໃນ​ນັ້ນ​ມີ​ຊາວ ຫວຽດ​ນາມ 2 ຄົນ, ຖືກ​ຫາຍ​ສາບ​ສູນ​ຢູ່​ເຂດ​ທະ​ເລ​ມະ​ຫາ​ສະ​ໝຸດ​ອັກ​ລັງ​ຕິກ ໃຕ​້ ພາຍຫຼັງ​ປະ​ກາດ​ນ້ຳຮົ່ວ​ໄຫຼ​ເຂົ້າ​ກຳ​ປັ່ນ. ກຳ​ປັ່ນ​ຕຶກ​ປາ​ມຶກ Hsiang Fu Chun ມີ​ນ້ຳ​ໝັກ 700 ໂຕນ, ​ຂາດ​ການ​ຕິດ​ຕໍ່​​ກັບ​ບໍ​ລິ​ສັດ​ເຈົ້າ​ພາບ​ພາຍຫຼັງ​ລາຍ​ງານ​ວ່າ: ມີ​ນ້ຳ​​ພວມ​ຮົ່ວໄຫລ​ເຂົ້າ​ກຳ​ປັ່ນ ໃນ​ເວ​ລາ 3 ໂມງ​ເ​ຊົ້າ​ວັນ​ທີ 26/2 (ເວ​ລາ​ທ​້ອງ​ຖິ່ນ). ຕາມ​ເອ​ກະ​ສານຈາກ​ດາວ​ທຽມ​ແລ້ວ, ກຳ​ປັ່ນ​ລຳ​ນີ້​ພວມ​ຢູ່​ຫ່າງ​ຈາກ​ໝູ່​ເກາະ Falklands ປະ​ມານ​ກ່​ວາ 3.000 ກມ ກ່ອນ​ທີ່​ຫາຍ​ສາບ​ສ​ູນ. ໄຕ້​ຫວັນ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ, ພ້ອມ​ທັງ​ຮຽກ​ຮ້ອງ​ການ​ຊ່ວຍ​ເຫຼືອ​ຈາກ ອັງ​ຊັງ​ຕິງ ແລະ ອັງ​ກິດ ກໍ່​ຄື​ບັນ​ດາ​ກຳ​ປັ່ນ​ອື່ນ​ຢູ່​ເຂດນີ້.


ຂ່າວ/ບົດ​ອື່ນ