ເຢຍລະມັນ, ຝລັ່ງ ເນັ້ນໜັກການພົວພັນທີ່ແໜ້ນແຟ້ນລະຫວ່າງສອງພື້ນຖານເສດຖະກິດແຖວໜ້າເອີລົບ

(VOVWORLD) - ຢູ່ນະຄອນຫຼວງ ແບກແລງ, ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ໄດ້ຕ້ອນຮັບ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຕາມພິທີລັດຖະກິດ, ຢູ່ວັງ Bellevue ຢູ່ ແບກແລງ ໃນຕອນຄ່ຳວັນທີ 26 ພຶດສະພາ.

ວັນທີ 26 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ໄປຍັງ ເຢຍລະມັນ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເປັນເວລາ 3 ວັນ. ນີ້ແມ່ນການຢ້ຽມຢາມທຳອິດຂອງປະມຸກລັດ ຝລັ່ງ ພາຍຫຼັງ 24 ປີ, ເພື່ອແນໃສ່ເນັ້ນໜັກການພົວພັນແໜ້ນແຟ້ນລະຫວ່າງສອງພື້ນຖານເສດຖະກິດແຖວໜ້າຂອງ ສະຫະພາບເອີລົບ (EU).

        ຢູ່ນະຄອນຫຼວງ ແບກແລງ, ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ໄດ້ຕ້ອນຮັບ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຕາມພິທີລັດຖະກິດ, ຢູ່ວັງ Bellevue ຢູ່ ແບກແລງ ໃນຕອນຄ່ຳວັນທີ 26 ພຶດສະພາ. ຕາມແຜນການແລ້ວ, ການນຳສອງທ່ານຈະໄປຍັງນະຄອນ Dresden, ບ່ອນທີ່ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຈະມີບົດກ່າວປາໄສໃນວັນທີ 27 ພຶດສະພາ, ກ່ອນອອກເດີນທາງໄປຍັງ Muenster ໃນວັນທີ 28 ພຶດສະພາ.

        ກ່ອນຈະສິ້ນສຸດການຢ້ຽມຢາມ, ຕອນບ່າຍວັນທີ 28 ພຶດສະພາ, ທ່ານປະທານາທິບໍດີ Emmanuel Macron ຈະພົບປະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢູ່ເຮືອນຮັບແຂກຂອງລັດຖະບານຢູ່ຊານນະຄອນຫຼວງ ແບກແລງ. ນະທີ່ນີ້, ສອງຝ່າຍຈະພ້ອມກັນຊອກຫາຈຸດລວມກ່ຽວກັບສອງບັນຫາຕົ້ນຕໍເຊິ່ງເຂົາເຈົ້າຕ້ອງເປັນເອກະພາບກັນ, ນັ້ນແມ່ນກຳລັງຄວາມສາມາດປ້ອງກັນປະເທດ ແລະ ຄວາມສາມາດແກ່ງແຍ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ