ກ່ຳປັ່ນບັນທຸກຜູ້ໂດຍຊານກວ່າ100ຄົນປະສົບເຄາະຮ້າຍຢູ່ອິນໂດເນເຊຍ,4ຄົນລອດຊີວິດ

ກ່ຳປັ່ນບັນທຸກຜູ້ໂດຍຊານກວ່າ100ຄົນປະສົບເຄາະຮ້າຍຢູ່ອິນໂດເນເຊຍ,4ຄົນລອດຊີວິດ - ảnh 1
ກ່ຳ​ປັ່ນ​ທ່ອງ​ທ່ຽວ​ Maria Baru
(ພາບ: rakyatku.com)


(vovworld) - ​ ​ບັນ​ດາ​ກຳ​ລັງ​ກູ້​ໄພ​ກູ້​ຊີບ​ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ, ກ່ຳ​ປັ່​ນ​ທ່ອງ​ທ່ຽງ​ລຳ​ໜຶ່ງ​ຂອງ​ປະ​ເທດນີ້ ໄດ້​​ບັນ​ທຸກ​ຜ​ູ​້​ໂດຍ​ຊ​ານ​ເກືອບ 120 ຄົນ, ຖືກ​ປະ​ສົບ​ເຄາະ​ຮ້າຍຍ້ອນ​ພະ​ຍຸ​ໃນ​ຕອນ​ບ່າຍ​ວັນ​ທີ 19/12, ຢູ່​ກາງທະ​ເລ​ທາງ​ທິດ​ໃຕ້​ເກາະ Sulawesi, ພາ​ກກາງ​ອິນ​ໂດ​ເນ​ເຊີຍ. ກ່ຳ​ປັ່ນ​ທ່ອງ​ທ່ຽວ​ມີ​ຊື່ວ​່າ Maria Baru ປະ​ສົບ​ເຄາະ​​ຮ້​າຍ ຂະ​ນະ​ທີ່​ພວມ​ເດີນ​ທາງ​ຈາກ Kolala ເຖິງ​ນະ​ຄອ​ນ Siwa. ​ມີ 4 ຄົນ​ລອດ​ຊ​ີ​ວິດ ໄດ້​ຖືກສົ່ງ​ໄປ​ໂຮງ​ໝ​ໍ​ຢູ່​ນະ​ຄອນ Siwa. ປະ​ຈຸ​ບັນ​, ບັນ​ດ​າ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ພວມ​ຈັດ​ສົ່ງ​ກ່ຳ​ປັ່ນ ແລະ ເຮືອ​ບິນ​ເອ​ລີກອ​ບ​ເຕີ ​ຕື່ມ​ອີກ​ເພື່ອເຂົ້າ​ຮ່ວ​ມວຽກ​ງານ​ກູ​້​ໄພ​ກູ້​ຊີບ, ແຕ່​ຍ້ອນ​ພະ​ຍຸ​ລົມແຮງ​ພວມ​ກີດ​ຂວາງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ກູ້​ໄພ. ນີ້​ແມ່ນ​ເຫດ​ການ​ກ່ຳ​ປັ່ນ​ຖືກ​ຈົມ​ນ້ຳ​ເທື່ອ​ທີ 2 ຢູ່​ເຂດ​ທະ​ເລນີ້ໃນ​ເດືອນ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ