ກຳມາທິການການຄ້າສາກົນ ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມໃນການຜັນຂະຫຍາຍຄຳໝັ້ນສັນຍາແຮງງານ

(VOVWORLD) -ທີ່ການຕ້ອນຮັບທ່ານ Bernd Lange ປະທານກຳມາທິການການຄ້າສາກົນ ຂອງລັດຖະສະພາ ເອີລົບ, ທ່ານ ດາວງອັກຢູງ ລັດຖະມົນຕີແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຢືນຢັນ:

“ຫວຽດນາມ ພວມປະຕິບັດຢ່າງເຂັ້ມງວດ ແລະ ມີປະສິດທິຜົນບັນດາຄຳໝັ້ນສັນຍາກັບ ອີຢູ ກ່ຽວກັບແຮງງານ. ພາຍຫລັງສະພາແຫ່ງຊາດ ຮັບຮອງເອົາສົນທິສັນຍາ ເລກ 98, ລັດຖະບານ ພວມມານະພະຍາຍາມຫັນເນື້ອໃນນີ້ເປັນລະອຽດ. “

ທ່ານ Bernd Lange ປະທານກຳມາທິການການຄ້າສາກົນ ໃຫ້ຮູ້ວ່າ:

“ມາຮອດປະຈຸບັນ ພວກເຮົາມີສົນທິສັນຍາສະບັບ 1 ຂອງ ILO ໄດ້ຮັບການຮັບຮອງເອົາ, ແລະ ສົນທິສັນຍາ 2 ສະບັບທີ່ຍັງເຫລືອໄດ້ນຳເອົາເນື້ອໃນເຂົ້າໃນປະມວນກົດໝາຍແຮງງານ ສະບັບປັບປຸງ ຊື່ງ ສະພາແຫ່ງຊາດພວມໃນວິວັດການພິຈາລະນາ ແລະ ໃຫ້ສັດຕະຍາບັນ. ຂ້າພະເຈົ້າຕີລາຄາສູງຄວາມມານະພະຍາຍາມນັ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ