ກຳມາທິການການເງິນງົບປະມານເຫັນດີເພີ່ມເພດານລາຍຈ່າຍງົບປະມານເກີນດຸນ

ກຳມາທິການການເງິນງົບປະມານເຫັນດີເພີ່ມເພດານລາຍຈ່າຍງົບປະມານເກີນດຸນ - ảnh 1
ສະພາແຫ່ງຊາດຕົກລົງຍົກເພດານລາຍຈ່າຍງົບປະມານເກີນດຸນ
ພາບ:internet



(vovworld)-ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ບົດ​ລາຍ​ງານ​ກວດກາ​ສະພາບ​ການ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013, ​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2014 ຂອງ​ກຳມາ​ທິການ​ການ​ເງິນ​ທີ່ການ​​ເຮັດ​ວຽກ​ໃນ​ຕອນ​ບ່າຍ​ວັນ​ທີ 23/10 ສະພາ​ແຫ່ງ​ຊາດ. ຕາມ​ທ່ານ ຟຸ່ງກວກ​ຫຽນ, ຫົວຫນ້າ​ກຳມາ​ທິການ​ການ​ເງິນ​ງົບປະມານ​ແລ້ວ, ​ເລື່ອງ​ເພີ່ມ​​ເພດານ​ລາຍ​ຈ່າຍ​ງົບປະມານ​ເກີນ​ດຸນ​ປີ 2014 ​ແຕ່ 4,8% GDP ຂຶ້ນ​ເຖິງ 5,3% GDP ​ເທົ່າ​ກັບ 224.000 ຕື້​ດົງ.

        “ກຳມາ​ທິການ​ງົບປະມານ​ຖື​ວ່າ: ​ເຖິງ​ວ່າ ອັດຕາ​ລາຍ​ຈ່າຍ​ງົບປະມານ​ເກີນ​ດຸນ​ບໍ່​ທັນ​ເໝາະ​ສົມ​ກັບ​ວິວັດ​ການ​ຫລຸ່ດຜ່ອນ​ລາຍ​ຈ່າຍ​ງົບປະມານ​ເກີດ​ດຸນ ຊື່​ງສະພາ​ແຫ່ງ​ຊາດ​ຕົກລົງ ​ແຕ່​​ໃນ​ສະພາບ​ການ​ຂຸດ​ຄົ້​ນ​ແຫ​ລ່ງລາຍ​ຮັບ​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ຄວາມ​ຕ້ອງການ​ລາຍ​ຈ່າຍ​ຍັງ​ຢູ່​ໃນ​ລະດັບ​ສູງ​ຢູ່, ປີ 2014 ບໍ່ອາດ​ສາມາດ​ຫລຸດຜ່ອນ​ລາຍ​ຈ່າຍ​ງົບປະມານ​ເກີນດຸ່ນຕາມ​ວິວັດ​ການ​ໄດ້. ”

 

ຂ່າວ/ບົດ​ອື່ນ