ກຽມພ້ອມຜັນຂະຫຍາຍບັນດາໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ໃຫ້ມີປະສິດທິຜົນ

(VOVWORLD) - ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ແທດຈິງ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ, ສາມັກຄີ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດອັນດີງາມລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ
ກຽມພ້ອມຜັນຂະຫຍາຍບັນດາໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ໃຫ້ມີປະສິດທິຜົນ - ảnh 1ກອງປະຊຸມຈັດຂຶ້ນໃນວັນທີ 19 ທັນວາ
(ພາບ:Việt Trung/qdnd.vn)

ວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການຊ້ອມຮົບສອງຝ່າຍບະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການປົກປັກຮັກສາສັນຕິພາບ ສປຊ ປີ 2023 (VINBAX 2023) ໄດ້ຈັດກອງປະຊຸມ, ປະກອບຄຳເຫັນໃສ່ບັນດາເນື້ອໃນເພື່ອສ້າງບົດລາຍງານກ່ຽວກັບຜົນການຊ້ອມຮົບ ແລະ ຖອດຖອນບົດຮຽນວຽກງານການຈັດຕັ້ງ, ບໍລິຫານການຊ້ອມຮົບ, ເພື່ອເປັນພື້ນຖານແກ່ການຈັດຕັ້ງບັນດາວຽກງານຊ້ອມຮົບ VINBAX ໃນໄລຍະຈະມາເຖິງໃຫ້ດີກ່ວາອີກ.

        ໂດຍສືບຕໍ່ຜົນສຳເລັດຂອງເວທີປາໄສສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການປົກປັກຮັກສາສັນຕິພາບ ສປຊ ປີ 2022 (VINBAX 2022) ຢູ່ ອິນເດຍ, VINBAX 2023 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງແມ່ນການເຄື່ອນໄຫວຊ້ອມຮົບສອງຝ່າຍ ກ່ຽວກັບການຮັກສາສັນຕິພາບ ສປຊ ຄັ້ງທີ 4 ລະຫວ່າງ ຫວຽດນາມ ກັບ ອິນເດຍ ແມ່ນການຊ້ອມຮົບໃນພື້ນທີ່ຕົວຈິງ ກ່ຽວກັບການປົກປັກຮັກສາສັນຕິພາບ ຄັ້ງທີ 2 ລະຫວ່າງກອງທັບສອງປະເທດ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ແທດຈິງ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ, ສາມັກຄີ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດອັນດີງາມລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ