ຂຸດຄົ້ນທ່າແຮງຂອງ ແຂວງ ລາວກາຍ ເພື່ອ ພັດທະນາເສດຖະກິດສັງຄົມ

ຂຸດຄົ້ນທ່າແຮງຂອງ ແຂວງ ລາວກາຍ ເພື່ອ ພັດທະນາເສດຖະກິດສັງຄົມ - ảnh 1
(ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ແຂວງ ລາວ​ກາຍ ​ເພື່ອ​ພັ​ດທະນາ​ເສດຖະກິດ​ສັງຄົມ)

(vovworld) – ວັນ​ທີ 28/12, ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ​ລາວ​ກາຍ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກໄດ້​ຮັບ​ຮູ້ ​ແລະ ຍ້ອງຍໍ​ຊົມ​ເຊີຍບັນດາ​ຄວາມ​ມານະ​ພະຍາຍາມ​​ແກ້​ໄຂຄວາມ​ຫຍຸ້ງຍາກ​ດ້ານດິນ​ຟ້າ​ອາກາດ​ທີ່​ຮ້າຍ​ແຮງ ​ເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ຊື່ນຊົມ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ພັກ, ປັບປຸງ​ການປ້ອງ​ກັນຊາ​ດ, ປ້ອງກັນຄວາມ​ສະຫງົບປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຂອງ​ແຂວງ​ລາວ​ກາຍ. ທ່ານ​ເລ​ຮົ່ງ​ແອ​ງ ​ເນັ້ນ​ໜັກ​ວ່າ, ລາວ​ກາຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດ​ຈຸດ​ສຸມ​ຂອງ​​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ສະ​ນັ້ນ, ລາວ​ກາຍ ຕ້ອງ​ປະຕິບັດ​ແຜນ​ສັງ​ລວມ​ກ່ຽວ​ກັບ​​ໂຄງ​ປະກອບ​ຜົນ​ປະ​ປູກ, ສັດລ້ຽງ, ຈັດ​ສັນ​ຊຸມ​ຊົນ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ເຂດໃຫ້​ດີ​ກ່ວາ​ອີກ ​ເພື່ອ​ພັດທະນາ​ທ່າ​ແຮງ, ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ, ໝັ້ນຄົງ​ຕາມ​ທິດ​ເພີ່ມ​ອັດຕາ​ສ່ວນ​​ອຸດສາຫະກຳ, ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ບໍລິການ. ຄະ​ນະ​ພັກ​ແຂວງ​ລາວ​ກາຍ ຕ້ອງ​ສຸມ​ໃສ່​​ບັນດາເງື່ອນ​ໄຂ​ໃຫ້​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ບຸກຄະລາ​ກອນ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່ຂັ້ນ​ຕ່າງໆ​ຂອງ​ພັກ​​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ