ຂີດ​ໝາຍ​ສຳ​ຄັນ​ນຳ​ການ​ພົວ​ພັນ ຫວຽດ​ນາມ - ອີ​ຣານ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) - ການຢ້ຽມຢາມ ອີຣານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານຂຶ້ນສູ່ລະດັບສູງໃໝ່.
ຂີດ​ໝາຍ​ສຳ​ຄັນ​ນຳ​ການ​ພົວ​ພັນ ຫວຽດ​ນາມ - ອີ​ຣານ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລືອງກວັກຮູຍ (ພາບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Mohammad Bagher Ghalibaf ປະທານສະພາໃຫ້ຄຳປຶກສາມຸດສະລິມ ອີຣານ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ, ໄປຢ້ຽມຢາມ ອີຣານ ໃນລະຫວ່າງວັນທີ 8 – 10 ສິງຫາ. ໂດຍຕອບສຳພາດຕໍ່ນັກຂ່າວສະຖານີວິທະຍຸ ຫວຽດນາມ ປະຈຳ ຕາເວັນອອກກາງເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລືອງກວັກຮູຍ ຢັ້ງຢືນວ່າ: ການຢ້ຽມຢາມ ອີຣານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານຂຶ້ນສູ່ລະດັບສູງໃໝ່.

ທ່ານເອກອັກຄະລັດຖະທູດ ເລືອງກວັກຮູຍ ໃຫ້ຮູ້ວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ເຊິ່ງໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຣານ (04/8/1973 - 4/8/2023) ແລະ ນີ້ກໍ່ແມ່ນການຢ້ຽມຢາມ ອີຣານ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ນັບແຕ່ປີ 1999. ສິ່ງນີ້ສະແດງໃຫ້ເຫັນການນຳສອງປະເທດຖືເປັນສຳຄັນທີ່ສຸດ ແລະ ມີຄວາມຫວັງຢາກສືບຕໍ່ຊຸກຍູ້, ເປີດກວ້າງການພົວພັນດ້ານການເມືອງ, ເສດຖະກິດ, ວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ