ຄົ້ນຄ້ວາບັນດາມາດຕະການກ່ຽວກັບນະໂຍບາຍການເງິນ, ເງິນຕາໃນໄລຍະຈະມາເຖິງ

(VOVWORLD) - ການບໍລິຫານນະໂຍບາຍການເງິນ, ເງິນຕາໃນຊຸມເດືອນທ້າຍປີຄວນສືບຕໍ່ຢຶດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້
ຄົ້ນຄ້ວາບັນດາມາດຕະການກ່ຽວກັບນະໂຍບາຍການເງິນ, ເງິນຕາໃນໄລຍະຈະມາເຖິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ An Đăng/TTXVN)

ຕອນບ່າຍວັນທີ 12 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ປະທານສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ, ເປັນປະທານກອງປະຊຸມຂອງສະພາເພື່ອຕີລາຄາບັນດາການຜັນແປ ແລະ ວາງອອກບັນດາມາດຕະການກ່ຽວກັບນະໂຍບາຍການເງິນ, ເງິນຕາໃນໄລຍະຈະມາເຖິງ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກວ່າ ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2022, ຄາດວ່າ ເສດຖະກິດຢູ່ພາຍໃນປະເທດມີຄວາມສາມາດຟື້ນຟູຢ່າງໄວວາກ່ວາ, ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມສ່ຽງ, ສິ່ງທ້າທາຍຍັງໃຫຍ່ຫຼວງຢູ່. ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈວ່າ: ການບໍລິຫານນະໂຍບາຍການເງິນ, ເງິນຕາໃນຊຸມເດືອນທ້າຍປີຄວນສືບຕໍ່ຢຶດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້; ປະຕິບັດນະໂຍບາຍປີການເງິນເປີດກ້ວາງຢ່າງເໝາະສົມ, ມີປະສິດທິຜົນ; ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ; ຊຸກຍູ້ການປະຕິບັດໂຄງການພື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

        “ທະນາຄານແຫ່ງລັດ ຫວຽດນາມ ເປັນເຈົ້າການ, ສົມທົບກັບບັນດາອົງການບໍລິຫານບັນດາເຄື່ອງມື, ນະໂຍບາຍໃຫ້ເຖິງຖອງ, ຄົບຊຸດ, ເປັນເຈົ້າການ, ມີໄຫວພິບ ເພື່ອສົມທົບຢ່າງແໜ້ນແຟ້ນກັບນະໂຍບາຍປີການເງິນໃຫ້ເໝາະສົມ ແລະ ນະໂຍບາຍມະຫາພາກອື່ນ ເພື່ອຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ, ປະກອບສ່ວນຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ບໍລິຫານການເຕີບໂຕສິນເຊື່ອໃຫ້ເໝາະສົມ, ປະກອບສ່ວນໜູນຊ່ວຍວິສາຫະກິດຜະລິດ, ດຳເນີນທຸລະກິດ.”

ຕອບກັບ

ຂ່າວ/ບົດ​ອື່ນ