ຄວາມເຄັ່ງຕຶງທາງການທູດເຂດອ່າວເບີເຊຍ: ກາຕາຄັດຄ້ານ ກູເວດ ກ່ຽວກັບຄຳຮຽກສິດຂອງບັນດາປະເທດອາຣັບ ແລະ ເຂດອ່າວ

(VOVWORLD) - ເລື່ອງຢຸດຕິບັນດາການໜູນຊ່ວຍໃຫ້ບັນດາອົງການກໍ່ການຮ້າຍຄືອົງການອ້າຍນ້ອງຊາວມຸດສະລິມ, ປິດຊ່ອງໂທລະພາບ Al-Jazeera, ຫລຸດລະດັບການພົວພັນກັບ ອີຣານ

ຄວາມເຄັ່ງຕຶງທາງການທູດເຂດອ່າວເບີເຊຍ: ກາຕາຄັດຄ້ານ ກູເວດ ກ່ຽວກັບຄຳຮຽກສິດຂອງບັນດາປະເທດອາຣັບ ແລະ ເຂດອ່າວ - ảnh 1 ລັດຖະມົນຕີການຕ່າງປະເທດ ກາຕາ

(ພາບ: AFP/TTXVN)

ສຳນັກຂ່າວສານ KUNA ຂອງ ຄູເວດ ໃຫ້ຮູ້ວ່າ: ໃນການຢ້ຽມຢາມເມື່ອວັນທີ 3 ກໍລະກົດຈະມາເຖິງ, ກູເວດ, ເຊິ່ງເປັນປະເທດກາງໄກ່ເກ່ຍໃນວິກິດການການທູດຢູ່ເຂດອ່າວເບີເຊຍ, ທ່ານ Sheikh Mohamed bin Abdulrahman al –Thani, ລັດຖະມົນຕີການຕ່າງປະເທດ ກາຕາ ໄດ້ຝາກເຖິງກະສັດປະເທດເຈົ້າພາບ Sheikh Sabah Al- Ahmad Al – Jaber Al – Sabah “ສານຄັດຄ້ານ” ຂອງ Doha ທີ່ກ່ຽວຂ້ອງເຖິງຄຳຮຽກສິດຂອງບັນດາປະເທດ ອາຣັບ ແລະ ເຂດອ່າວເບີເຊຍ.

        ໃນການພົບປະກັບກະສັດ ກູເວດ Al – Sabah, ທ່ານ Al – Thani ໄດ້ມອບສານຂອງກະສັດ ກາຕາ ທ່ານ  Sheikh Tamim bin Hamad Al – Thani, ໃນນັ້ນມີການຄັດຄ້ານຂອງ Doha ທີ່ກ່ຽວຂ້ອງເຖິງບັນດາຄຳຮຽກຮ້ອງຂອງບັນດາປະເທດອາຣັບ. ເຖິງຢ່າງໃດກໍ່ຕາມ, ເນື້ອໃນລະອຽດຂອງສານດັ່ງກ່າວບໍ່ທັນໄດ້ປະກາດເທື່ອ. ວົງການນັກໄຈ້ແຍກຖືວ່າ: ເລື່ອງຢຸດຕິບັນດາການໜູນຊ່ວຍໃຫ້ບັນດາອົງການກໍ່ການຮ້າຍຄືອົງການອ້າຍນ້ອງຊາວມຸດສະລິມ, ປິດຊ່ອງໂທລະພາບ Al-Jazeera, ຫລຸດລະດັບການພົວພັນກັບ ອີຣານ, ກໍ່ຄືປິດຖານທີ່ໝັ້ນການທະຫານຂອງຕວກກີ ໃນເຂດດິນແດນ ກາຕາ ແມ່ນບັນດາຄຳຮຽກຮ້ອງຕົ້ນຕໍໃນຄຳຮຽກສິດເຊິ່ງບັນດາປະເທດ ອາຣັບ ຍົກອອກມາກັບກາຕາ. ໃນຂະນະທີ່ບັນດາປະເທດ ອາຣັບ ແລະ ເຂດອ່າວເບີເຊຍ ຖະແຫຼງຄຳຮຽກສິດຂອງເຂົາເຈົ້າແມ່ນບໍ່ສາມາດເຈລະຈາໄດ້, ທ່ານລັດຖະມົນຕີ ການຕ່າງປະເທດ ກາຕາ al – Thani ຖືວ່າ ຄຳຂາດຂອງ ອາຣັບບິ ຊະອຸດິ ແລະ ບັນດາປະເທດພັນທະມິດບໍ່ເພື່ອຈຸດປະສົງແກ້ໄຂບັນຫາກໍ່ການຮ້າຍ, ຫາກແມ່ນການລະເມີດອະທິປະໄຕ ແລະ ເຮັດໃຫ້ Doha ອ່ອນເພຍລົງ. 

ຕອບກັບ

ຂ່າວ/ບົດ​ອື່ນ