ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ຈັດການປະຊຸມຄັ້ງທີ 5

ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ   ຈັດການປະຊຸມຄັ້ງທີ 5 - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang
 ເປັນ​ປະທານ​ວາລະ​ປະ​ຊຸມ
ພາບ:giaothongvantai.com.vn

(vovworld)-  ວັນ​ທີ 9/4 ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ທີ 5.  ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ສູນ​ກາງ​ເປັນ​ປະທານ​ວາລະ​ປະ​ຊຸມ. ທີ່​ວາລະ​ປະຊຸມ ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ສະ​ເຫ​ນີຂອງ​ອົງຄະ​ນະ​ພັກ​ຕຳຫລວດ​ສູນ​ກາງ, ຄະນະ​ພັກ​ສູນ​ກາງ​ແຫ່ງ​ກອງທັບ​ກ່ຽວ​ກັບ​ແຜນ​ຮ່າງ​ປ່ຽນ​ໃຫມ່​ການ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ອົງການ​ສືບສວນ, ບັນດາ​ອົງການ​ຕຸລາການ​ໃນ​ກອງທັບ, ບົດ​ລາຍ​ງານ​ຂອງ​ກະຊວງ​ຍຸ​ຕິ​ທຳ​ກ່ຽວ​ກັບ​ການ​ຄົ້ນ​ຄ້ວາ​ຊ່ວຍ​ລັດຖະບານ​ເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ. ກ່າວ​ຄຳ​ເຫັນ​ສະຫລຸບ​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ Truong Tan Sang ​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​ແຜນ​ຮ່າງ ​ແລະ ບົດ​ລາຍ​ງານ​ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ວາລະ​ປະຊຸມ​ຄັ້ງ​ນີ້. ທ່ານ​ປະທານ​ປະ​ເທດ ສະ​ຫນີ​ວ່າ: ​ໃນ​ໄລຍະ​ແຕ່​ນີ້​ຮອດ​ປີ 2015 ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ບູລະນະ​ ກົງຈັກ ແລະ ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ສືບສວນ, ປັບປຸງ, ​ເພີ່ມ​ເຕີມ​ພື້ນຖານ​ໂຄງ​ລ່າງ. ກ່ຽວ​ກັບ​ແຜນ​ຮ່າງ​ປ່ຽນ​ໃຫມ່​ການ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຕຸລາການ​ໃນ​ກອງທັບ, ທ່ານ​ປະທານ​ປະ​ເທດ​ໃສ່​ໃຈ​ວ່າ: ຕ້ອງ​ພິຈາລະນາ​ຄືນ​ໂຄງ​ປະກອບ, ລັກ​ສະ​ນະ​ແຫນ້ນ​ແຟ້ນ ​ແລະ ຊີ້​ແຈງ​ຂອບ​ເຂດ​ສິດ​ອຳນາດ​ໃນ​ການ​ພິພາກສາ​ຂອງ​ສານ​ການ​ທະຫານ ​ແລະ ປະຕິ​ບັດ​ຄຳ​ຕັດສິນ​ຂອງ​ສານ​ກ່ຽວ​ກັບ​ຄະດີ​ແພ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ