ຄະນະຕິດຕາກວດກາຄະນະປະຈຳສະພາແຫ່ງຊາດ ເຮັດວຽກຢູ່ແຂວງ ລາຍເຈົາ

ຄະນະຕິດຕາກວດກາຄະນະປະຈຳສະພາແຫ່ງຊາດ ເຮັດວຽກຢູ່ແຂວງ ລາຍເຈົາ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ
ຫງວຽນ​ທິກິມ​ເງິນ ເຮັດວຽກຢູ່ແຂວງ ລາຍເຈົາ

( vovworld ) - ນັບແຕ່​ວັນ​ທີ 14/3, ຄະນະ​ຕິດ​ຕາ​ມກວດກາ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ນຳ​ໜ້າ​​ໄດ້ໄປ​ກວດກາ​ສະພາບ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ລັດ​ສຳລັບ​ຂົງ​ເຂດກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະ​ບົດ​ໄລຍະ 2006 – 2011, ຢູ່​ແຂວງລາຍ​ເຈົາ. ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ຖື​ວ່າ, ນະ​ໂຍບາຍ​ລົງທຶນ​ໃຫ້​ແກ່​ກະສິກຳ​, ຊາວ​ກະສິກອນ ​ແລະ ຊົນນະບົດ​ໄລຍະ 2006 – 2011 ຢູ່​ແຂວງ​ລາຍ​ເຈົາ ​ມີ​ປະສິດທິ​ຜົນ. ​ແຕ່​ວ່າ, ​ແຫຼ່ງທຶນ​ໃຫ້​ແກ່ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະ​ບົດ​ຢູ່​ແຂວງ​ລາຍ​ເຈົ້າ ຍັງ​ຕໍ່າ​ຢູ່ ​ໃນ​ຂະນະ​ທີ່​ຄວາມ​ຕ້ອງການ​ແຫຼ່ງທຶນ​ພັດສູງ, ລາຍ​ເຈົາ ຕ້ອງ​ໄຈ້​ແຍກ​ຢ່າງ​ລະອຽດ ​ແລະ ຊີ້​ແຈງ​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສະ​ເພາະ​ໃຫ້​ແຂວງ. ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ​ສະ​ເໜີ​ໃຫ້​ແຂວງ​ລາຍ​ເຈົາ ຄວນ​ລົງທຶນ​ພັດທະນາ​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ.
ຂ່າວ/ບົດ​ອື່ນ