ຄະນະປະຈຳລັດຖະບານໂຮມປະຊຸມປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມ WEF – ASEAN 2018

(VOVWORLD) -ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ (WEF - ASEAN), ເຊິ່ງຈະດຳເນີນໃນລະຫວ່າງວັນທີ 11 – 13 ກັນຍາ.
ຄະນະປະຈຳລັດຖະບານໂຮມປະຊຸມປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມ WEF – ASEAN 2018 - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ)

ມາຮອດຈຸດເວລານີ້, ໄດ້ມີປະທານາທິບໍດີ, ນາຍົກລັດຖະມົນຕີຂອງ 8 ປະເທດໄດ້ຢັ້ນຢືນເຂົ້າຮ່ວມກອງປະຊຸມ, ນອກນັ້ນຍັງມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີບັນດາກະຊວງຂອງຫຼາຍປະເທດເຂົ້າຮ່ວມ; ມີຜູ້ແທນເກືອບ 800 ທ່ານເຊິ່ງແມ່ນການນຳບັນດາກຸ່ມບໍລິສັດແຖວໜ້າຂອງໂລກ ແລະ ພາກພື້ນກໍ່ຈະເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຫດການການຕ່າງປະເທດສຳຄັນທີ່ສຸດຂອງຫວຽດນາມ ໃນປີ 2018, ປະກອບສ່ວນໂຄສະນາພາບພົດ ແລະ ທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ສາກົນ. ສະນັ້ນ, ຕ້ອງເປັນເຈົ້າການໃນວຽກງານກະກຽມ, ຕ້ອງມີຄວາມລະມັດລະວັງ, ຮັບປະກັນວຽກງານຕ້ອນຮັບ ຕ້ອງສະແດງໃຫ້ເຫັນຄວາມລອບຄອບທີ່ຖ້ວນ, ຮັກແພງແຂກຄົນ, ສ້າງບັນດາຮູບພາບ ແລະ ມີການເຄື່ອນໄຫວສະແດງໃຫ້ເຫັນວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ໜ້າປະທັບໃຈຂອງຫວຽດນາມ ກັບບັນດາແຂກສາກົນ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງມີບັນດາມາດຕະການເພື່ອຊຸກຍູ້ການໂຄສະນາກ່ຽວກັບກາລະໂອກາດຮ່ວມມືດຳເນີນທຸລະກິດຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວວ່າ : 

 “ ຄວາມຮຽກຮ້ອງຕ້ອງການຢ່າງໃຫຍ່ຫຼວງຂອງພວກເຮົາແມ່ນ ສ້າງຄວາມປະທັບໃຈຫວຽດນາມຕໍ່ທົ່ວໂລກ ແລະ ພາກພື້ນໂດຍຜ່ານ WEF - ASEAN ຄັ້ງນີ້ທີ່ຖືກຈັດຂຶ້ນຢູ່ຮ່າໂນ້ຍ. ຍ້ອນເຫດນີ້ເອງ, ວຽກງານທຸກຢ່າງກໍລ້ວນແຕ່ໄດ້ຮັບການຄວບຄຸມ, ກະກຽມຢ່າງຮອບຄອບຖີ່ຖ້ວນ. ເປັນຕົ້ນແມ່ນບາງຂະແໜງການໄດ້ຮັບມອບໝາຍຈາກວໜກງານຕ້ອນຮັບ, ວັດທະນະທຳຕ້ອງສະແດງຄືແນວໃດ, ອະນາໄມສິ່ງແວດລ້ອມກໍຄືແນວໃດ, ຂໍ້ລິເລີ່ມຂອງຫວຽດນາມແມ່ນຄືແນວໃດ, ແບບແຜນໃໝ່ຂອງຫວຽດນາມໃນການບໍລິຫານແມ່ນຄືແນວໃດ ”

ຕອບກັບ

ຂ່າວ/ບົດ​ອື່ນ