ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ເຫັ​ນ​ດີ 3 ເນື້ອ​ໃນທີ່ຈະ​​ຍືນສະ​ເໜີ​ຕໍ່ກອງ​ປະ​ຊຸມ​ວິ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ເຫັນດີຕໍ່ 3 ເນື້ອໃນພື້ນຖານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດຢູ່ທີ່ກອງປະຊຸມວິສາມັນ ເຊິ່ງຄາດວ່າຈະຈັດຂຶ້ນໃນຕົ້ນເດືອນມັງກອນ ປີ 2022.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ເຫັ​ນ​ດີ 3 ເນື້ອ​ໃນທີ່ຈະ​​ຍືນສະ​ເໜີ​ຕໍ່ກອງ​ປະ​ຊຸມ​ວິ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ - ảnh 1ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການທົດລອງບາງກົນໄກ, ນະໂຍບາຍສະເພາະໃນການພັດທະນານະຄອນເກີ່ນເທີ (ພາບ: TTXVN)

ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຕອນບ່າຍວັນທີ 21 ທັນວາ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະຕິບັດສຳເລັດລາຍການດຳເນີນຂອງວາລະປະຊຸມເທື່ອທີ 6. ກ່າວຄຳເຫັນອັດວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຊີ້ແຈ້ງວ່າ ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ເຫັນດີຕໍ່ 3 ເນື້ອໃນພື້ນຖານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດຢູ່ທີ່ກອງປະຊຸມວິສາມັນ ເຊິ່ງຄາດວ່າຈະຈັດຂຶ້ນໃນຕົ້ນເດືອນມັງກອນ ປີ 2022.

    3 ເນື້ອໃນນັ້ນ ມີດັ່ງນີ້: ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍ 8 ສະບັບ; ຮ່າງມະຕິວ່າດ້ວຍການທົດລອງບາງກົນໄກ, ນະໂຍບາຍສະເພາະໃນການພັດທະນານະຄອນເກີ່ນເທີ ແລະ ແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະ 2021 – 2025.

        ກ່ອນທີ່ຈະອັດກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ໂຄງການປະຕິບັດງານປີ 2022; ໂຄງການເຄື່ອນໄຫວພົວພັນຕ່າງປະເທດປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ