ຄະນະປະຈຳສະພາແຫ່ງຊາດ,ລັດຖະບານ,ແນວໂຮມປະເທດຊາດຫວຽດນາມລົງນາມໃນມະຕິລະຫວ່າງຂະແຫນງ

(VOVWORLD) -ຕອນບ່າຍວັນທີ 15 ມິຖຸນາ, ຢູ່ ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດຕັ້ງ ພິທີລົງນາມໃນມະຕິລະຫວ່າງຂະແຫນງ ໂດຍກຳນົດລະອຽດບັນດາຮູບການຕິດຕາມກວດກາ ແລະໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດຫວຽດນາມ. 
ຄະນະປະຈຳສະພາແຫ່ງຊາດ,ລັດຖະບານ,ແນວໂຮມປະເທດຊາດຫວຽດນາມລົງນາມໃນມະຕິລະຫວ່າງຂະແຫນງ - ảnh 1 ບັນດາການນຳສະພາແຫ່ງຊາດ,ລັດຖະບານ, ແນວໂຮມປະເທດຊາດເຂົ້າຮ່ວມພິທີລົງນາມ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ໄດ້ເຂົ້າຮ່ວມພິທີລົງນາມ. ເລື່ອງສືບຕໍ່ສ້າງກົນໄກໃຫ້ສົມບູນແບບ, ໃນນັ້ນ ມີການກຳນົດລະອຽດກ່ຽວກັບບັນດາຮູບການຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດຫວຽດນາມໃນມະຕິລະຫວ່າງຂະແຫນງສະບັບນີ້ ຈະປະກອບສ່ວນແກ້ໄຂກ່ຽວກັບກົນໄກ, ຍົກສູງຄຸນນະພາບວຽກງານຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ