ຄະນະຜູ້ແທນ ຕາລີບານ ໄປປຶກສາຫາລືກ່ຽວກັບສະພາບການ ອາບການິດສະຖານ ຢູ່ ຕວກກີ ແລະ ລັດເຊຍ

(VOVWORLD) -ໃນອາທິດຈະມາເຖິງມີຄະນະຜູ້ແທນ ຕາລີບານ ຈະມາ ມົດສະກູ ເພື່ອເຂົ້າຮ່ວມການປຶກສາຫາລືກ່ຽວກັບສະພາບການ ອາບການິດສະຖານ.
ຄະນະຜູ້ແທນ ຕາລີບານ ໄປປຶກສາຫາລືກ່ຽວກັບສະພາບການ ອາບການິດສະຖານ ຢູ່ ຕວກກີ ແລະ ລັດເຊຍ - ảnh 1ຄະນະຜູ້ແທນ ຕາລີບານ ຈະມາ ມົດສະກູ ເຂົ້າຮ່ວມການປຶກສາຫາລືກ່ຽວກັບສະພາບການ ອາບການິດສະຖານ
(ພາບປະກອບ: THX/TTXVN)

ວັນທີ 14 ຕຸລາ ສຳນັກຂ່າວສານ TASS ໄດ້ຄັດຄຳຖະແຫຼງຂອງກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ໃນອາທິດຈະມາເຖິງມີຄະນະຜູ້ແທນ ຕາລີບານ ຈະມາ ມົດສະກູ ເພື່ອເຂົ້າຮ່ວມການປຶກສາຫາລືກ່ຽວກັບສະພາບການ ອາບການິດສະຖານ. ນອກນັ້ນ, ຍັງຈະມີການເຂົ້າຮ່ວມຂອງ ຈີນ, ປາກິດສະຖານ, ອິນເດຍ ແລະ ອີຣານ. ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakhazova ໃຫ້ຮູ້ວ່າ, ຄາດວ່າ ມົດສະກູ ຈະຕ້ອນຮັບຄະນະຜູ້ແທນ ຕາລີບານ ມາປະເທດນີ້ເພື່ອເຂົ້າຮ່ວມ ການປຶກສາຫາລືກ່ຽວກັບສະພາບການ ອາບການິດສະຖານ. ກອງປະຊຸມຈະສຸມໃສ່ເປົ້າໝາຍທີ່ເປັນເອກະພາບຕໍ່ຄວາມມານະພະຍາຍາມສາກົນ ເພື່ອໜູນຊ່ວຍ ອາບການິດສະຖານ, ສະກັດກັ້ນວິກິດການມະນຸດສະທຳຢູ່ປະເທດນີ້.

        ຄຽງຂ້າງນັ້ນ, ທ່ານນາງ Maria Zakhazova ກໍ່ໃຫ້ຮູ້ວ່າ ຫວັງວ່າກຳລັງ ຕາລີບານ ທີ່ພວມກຳອຳນາດຢູ່ ອາບການິດສະຖານ ຈະສາມາດຮັບມືກັບອົງການ “ລັດອິດສະລາມ” (IS) ໂດຍບໍ່ຕ້ອງການເຖິງການໜູນຊ່ວຍຈາກຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ