ງານການພົບປະແລກປ່ຽນວັດທະນະທຳ,ການຄ້າຫວຽດນາມ,ຍີ່ປຸ່ນ

ງານການພົບປະແລກປ່ຽນວັດທະນະທຳ,ການຄ້າຫວຽດນາມ,ຍີ່ປຸ່ນ - ảnh 1
ງານການພົບປະແລກປ່ຽນວັດທະນະທຳ,ການຄ້າຫວຽດນາມ,ຍີ່ປຸ່ນ
(ພາບ: tuoitre)

(vovworld) – ​ງານ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ຄ້າ​ຫວຽດ​ນາມ, ຍີ່​ປຸ່ນ ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI), ສາ​ຂາ​ເກີນ​ເທີ ສົມ​ທົບ​ກັບ​ສະ​ຖານ​ກົງ​ສູນ​ຍີ່​ປຸ່ນ ປະ​ຈຳ​ນະ​ຄອນ​ໂຮ່​ຈິ​ມິນ ຈັດ​ຕັ້ງ, ຖື​ກ​ໄຂ​ຂຶ້ນ​ໃນ​ຕ​ອນ​ຄ່ຳ​ວັນ​ທີ 19/11, ຢູ່​ນະ​ຄອນ​ເກີນ​ເທີ. ທີ່​ພິ​ທີ​ໄຂ, ຜູ້​ຕາງ​ໜ້າ​ການ​ນຳ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ທົ່ງ​ພຽງ​ແນ່​ນ້ຳ​ຂອງ, ການ​ນຳ​ນະ​ຄອນ​ເກີນ​ເທີ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົນ​ຊ້ອ​ນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ບໍ​ລິ​ການ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊ​ີ​ສູງ ແລະ ​ການບຳ​ລຸງ​ສ້າງ…

      ​ເຂົ້າ​ຮ່ວມງານ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ຄ້າ​ຫວຽດ​ນາມ, ຍີ່​ປຸ່ນ ມີ 70 ​ຮ້ານ​ວາງ​ສະ​ແດງ, ​ສິນ​ຄ້າ​ທີ່​ມີ​ທ່າ​ແຮງ​ຂອງ​ຍີ່​ປຸ່ນ ​ເຊິ່ງພວມ​ມີ​ໜ້າ​ຢູ່​ຕະ​ຫຼາດ​ຫວຽ​ດ​ນາມ... ທ່ານ Nakajima Satoshi, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ຍີ່​ປຸ່ນ ປະ​ຈ​ຳ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ.

      “ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ນີ້​ແມ່ນ​ກາ​ລ​ະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຍີ່​ປຸ່ນ ມາ​ເກີນ​ເທີ ເພື່ອ​ຊອກ​ຮູ້​ກ່ຽວ​ກັບເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ແລະ ເກີນ​ເທີ. ເກີນ​ເທີ ແມ່ນ​ໃຈ​ກາງ​ຂອງ​ເຂດທົ່ງ​ພຽງ​ແມ່​ນ້ຳ​ຂອງ ແລະ ມີ​ຄວາມ​ສາ​ມາດ​ບົ​ມ​ຊ້ອນ, ສະ​ນັ້ນ​ຂ້າ​ພະ​ເຂົ້າ​ຄິດ​ວ່າ ຈະ​ມີ​ບໍ​ລິ​ສັດ​ຫຼາຍ​​ແຫ່ງ​ເອົາ​ໃຈ​ໃສ່, ລົງ​ທຶນ​ເຂົ້າ​ເກີນ​ເທີ”.

ຂ່າວ/ບົດ​ອື່ນ