ງານຕະຫຼາດນັດການຄ້າອາຊຽນ-ອາຟະລິກາຈັດຕັ້ງເປັນຄັ້ງທຳອິດຢູ່ອາຟະລິກາໃຕ້

(VOVWORLD) -ງານຕະຫຼາດນັດການຄ້າອາຊຽນ - ອາຟະລິກາ 2017 (AABE 2017) ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຢູ່ນະຄອນ Johannesburg, ປະເທດອາຟະລິກາໃຕ້ ໃນລະຫວ່າງວັນທີ 06 – 08 ພະຈິກ

ງານຕະຫຼາດນັດການຄ້າອາຊຽນ-ອາຟະລິກາຈັດຕັ້ງເປັນຄັ້ງທຳອິດຢູ່ອາຟະລິກາໃຕ້ - ảnh 1

ງານຕະຫຼາດນັດການຄ້າອາຊຽນ-ອາຟະລິກາຈັດຕັ້ງເປັນຄັ້ງທຳອິດຢູ່ອາຟະລິກາໃຕ້ 

(ພາບ: TTXVN)

ດ້ວຍການເຂົ້າຮ່ວມຂອງບັນດາຮ້ານວາງສະແດງຂອງວິສາຫະກິດນັບຮ້ອຍຮ້ານທີ່ມາຈາກ 7 ປະເທດສະມາຊິກອາຊຽນ ລວມມີ: ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ຟິລິບປີນ, ມຽນມາ, ໄທ ແລະ ຫວຽດນາມ ກໍຄືຂອງວິສາຫະກິດຕ່າງໆຂອງບັນດາປະເທດອາຟະລິກາ.

        ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ກໍ່ໄດ້ຈັດຮ້ານວາງສະແດງແນະນຳບັນດາຜະລິດຕະພັນ, ປະເພດສິນຄ້າຕົ້ນຕໍທີ່ມີທ່າແຮງຂອງຫວຽດນາມ ຄື: ຜະລິດຕະພັນກະເສດ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງສິລະປະຫັດຖະກຳ... ເພື່ອແນໃສ່ເພີ່ມວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອາຟະລິກາໃຕ້ ເວົ້າສະເພາະ ແລະ ບັນດາປະເທດອາຟະລິກາ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ