ງານບຸນ Lam Kinh 2012: ຈຸດນັດພົບວັດທະນະທຳ-ປະຫວັດສາດ ເຂດ Thanh Hoa

ງານບຸນ Lam Kinh 2012: ຈຸດນັດພົບວັດທະນະທຳ-ປະຫວັດສາດ ເຂດ Thanh Hoa - ảnh 1

ງານ​ບຸນ ​Lam Kinh 2012

(ພາບ: phapluatxahoi.vn)

(TTX)-      ວັນ​ທີ 7/10, ຢູ່​​ເຂດ​ປູ​ສະ​ນີຍະສະ​ຖານ​ປະ​ຫັວດສາດ​ Lam Kinh, ຕາ​ແສງ Xuan Lam, ​ເມືອງ Tho Xuan, ​ແຂວງ Thanh Hoa ​ໄດ້​ຈັດ​ງານ​ບຸນ Lam Kinh 2012 ຂຶ້ນຢ່າງ​ສົມ​ກຽດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 594 ປີ​ແຫ່ງ​ວັນ​ທະຫານ Lam Son ລຸກ​ຮື້​ຂຶ້ນ , 584 ປີ​ແຫ່ງ​ວັນ​ເຈົ້າຊີວິດ Le Thai To ຂຶ້ນ​ຄອງ​ພະລະ​ຊະ​ບັນລັງ ​ແລະ 579 ປີ​ແຫ່ງ​ວັນ​ຖິງ​ແກ່​ມໍລະນະ​ກຳ​ຂ​ອງນັກ​ວິລະ​ຊົນ​ແຫ່ງ​ຊາດ Le Loi. ​ໃນ​ງານ​ບຸນ, ພາກພິທີ​ການຖືກ​ຈັດ​ຂຶ້ນ​ຕາມ​ປະ​ເພນີ​ພື້ນ​ເມືອງ ວາດ​ພາບ​ບັນດາ​ເຫດການ​ສຳຄັນ​ຍິ່ງ ​ແລະ ​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ສະ​ໄໝ​ລາຊະວົງ  Le ຄືນ​ໃໝ່. ຄຽງ​ຄູ່​ກັນ​ກັ້ນ, ງານ​ບຸນ​​ໄດ້​ດຳ​ເນີນ​ໄປ​ດ້ວຍ​ລາຍການ​ສະ​ແດງ​ສິລະ​ປະລະ​ຄອນ​ບົນ​ເວທີ​ຢ່າງສົມ​ກຽດ, ກະທັດ​ລັດ. ນີ້​ກໍ່​ແມ່ນ​ປີ​ທຳ​ອິດ​ທີ່​ຂະ​ແໜງ​ວັດທະນະທຳ Thanh Hoa ​ໄດ້​ຟື້ນ​ຟູ ​ແລະ ນຳ​ລະຄອນ​ທີ່​ມີ​ຊື່​ສຽງ Xuan Pha ຊື່​ງຖືກ​ຖື​ວ່າ​ແມ່ນສິ່ງ​ຍອດ​ຍິງ​ຂອງ​ສິລະ​ປະ​ຟ້ອນ​ລຳພື້ນ​ເມືອງຫວຽດນາມ ​ເຂົ້າ​​ເນື້ອ​ໃນ​ຂອງງານ​ບຸນ ​ Lam Kinh.

 

 

ຂ່າວ/ບົດ​ອື່ນ